ຂະແໜງການສຶກສານະຄອນ ຮ່າໂນ້ຍ ໜູນຊ່ວຍຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກໃນບູນເຕັດ
ຍສໝ - ໃນການຕ້ອນຮັບບູນເຕັດປີມະໂລງ 2024, ອົງການກຳມະບານຂະແໜງການສຶກສາ ຮ່າໂນ້ຍ ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຊີ້ນຳບັນດາຫົວໜ່ວຍໃນຂະແໜງການສຸມໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຄູອາຈານ ແລະ ນັກສຶກສາ, ພິເສດແມ່ນເອົາໃຈໃສ່ເຖິງຄູອາຈານທີ່ປະສົບກັບຄວາມຫຍຸ້ງຍາກ, ຄູອາຈານເປົ້າໝາຍນະໂຍບາຍ ແລະ ນັກຮຽນທີ່ເປັນລູກຫຼານຂອງພະນັກງານ, ຄູອາຈານໃນຂະແໜງທີ່ນອນໃນເປົ້າໝາຍຜ່ານຜ່າຄວາມຫຍຸ້ງຍາກ ຮຽນເກັ່ງ.