ວັນທີ 28 ກຸມພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ຄະນະພະນັກງານພັກ ແລະຄະນະພັກກະຊວງການຕ່າງປະເທດ ຈັດຕັ້ງກອງປະຊຸມ “ຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມມະຕິກອງປະຊຸມສູນກາງ ສະໄໝທີ XIII ແລະຮໍ່າຮຽນຫົວເລື່ອງສະເພາະປີ 2022 ກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນປີ 2022” ໃຫ້ພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນສັງກັດກະຊວງທັງຢູ່ພາຍໃນ ແລະບັນດາອົງການຕ່າງໜ້າຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (1945 – 2020), ຕອນເຊົ້າວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “75 ປີແຫ່ງການພົວພັນທາງການທູດຫວຽດນາມ: ບົດຮຽນ ແລະ ການກຳນົດທິດໃນຍຸກສະໄໝຍຸດທະສາດໃໝ່”.
ຍສໝ - ໃນປີ 2019, ກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ຂຸດຄົ້ນບັນດາເວທີປາໄສຫຼາຍຝ່າຍ ແລະເຫດການໂຄສະນາໃຫຍ່ຄືເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ວັນທີ 22-26 ມັງກອນ), ວັນອາຊຽນ-ຍີ່ປຸ່ນ (ວັນທີ 4 ມີຖຸນາ), ບັນດາການເຄື່ອນໄຫວໂຄສະນາຢູ່ Hokkaido, ຍີ່ປຸ່ນ (ວັນທີ 14-16 ກັນຍາ) ແລະຢູ່ອິນເດຍ (ວັນທີ 18-22 ພະຈິກ) ເພື່ອສ້າງຂົວຕໍ່ນໍາວິສາຫະກິດຫວຽດນາມ ອອກສູ່ໂລກກໍາແໜ້ນທ່າອຽງພັດທະນາໃໝ່, ພ້ອມທັງຊອກຫາກາລະໂອກາດຮ່ວມມືກັບບັນດາກຸ່ມບໍລິສັດໃນທົ່ວໂລກ.