ຍສໝ-ຕອນເຊົ້າວັນທີ 5 ມິຖຸນາ, ທີ່ຕີນເສົາທຸງຊາດ ຫຼູງກູ໋, ຄະນະກຳມະການປົກຄອງ ດົງວັນ ສົມທົບກັບສະມາຄົມທ່ອງທ່ຽວແຂວງ ຮ່າຢາງ ໄດ້ຈັດຕັ້ງພິທີປຸກລະດົມເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ດ້ວຍຄຳຂວັນ “ທ່ອງທ່ຽວ ຮ່າຢາງ ເວົ້າ “ບໍ່” ກັບຂີ້ເຫຍື້ອ”.
ຍສໝ - ຫວ່າງແລ້ວນີ້, ທ່ານ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ໃຫ້ການຕ້ອນຮັບທ່ານ ສະມາຊິກສະພາສູງ ອິນເດຍ Alla Ayodhya Rami Reddy ເຊິ່ງພວມນຳໜ້າຄະນະວິສາຫະກິດ ແລະ ກຸ່ມບໍລິສັດ Ramsky (ອິນເດຍ) ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນ ເກີນເທີ ຫງວຽນຖືກຮ້ຽນ ພ້ອມກັບຜູ້ຕາງໜ້າບັນດາພະແນກ, ຂະແໜງ ການທີ່ກ່ຽວຂ້ອງ ໄດ້ມີການເຮັດວຽກທາງອອນໄລກັບບັນດາຜູ້ແທນໂຮນລັງ ກ່ຽວກັບການປະຕິບັດໂຄງການທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳເຮົ້າ ຂອງອົງການ Clear Rivers.
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫາກໍ່ໃຫ້ສັດຕະຍາບັນ ການຮັບອຸປະຖຳໂຄງການໜູນຊ່ວຍເຕັກນິກ “ເຫ້ວ - ຕົວເມືອງຫຼຸດຜ່ອນປຼາດສຕິກ ພາກກາງ ຫວຽດນາມ” ໂດຍອົງການຈັດຕັ້ງສາກົນ ກ່ຽວກັບການອະນຸລັກທຳມະຊາດ (WWF ຫວຽດນາມ) ອຸປະຖຳ.
ຍສໝ - ໃນທ້າຍເດືອນກໍລະກົດ 2021, ນາຍົກລັດຖະມົນຕີໄດ້ອະນຸມັດແຜນຮ່າງເພີ່ມທະວີວຽກງານຄຸ້ມຄອງຂີ້ເຫຍື້ອພລາສຕິກຢູ່ຫວຽດນາມ.
ຍສໝ - ຜ່ານບັນດາການເຄື່ອນໄຫວຂອງໂຄງການ “ແສງສີຂຽວລະບົບນິເວດວິທະຍາ”, GNI ຫວັງວ່າການປົກປັກຮັກສາສິ່ງແວດລ້ອມຂອງເມືອງຈະມີຂໍ້ສະດວກຫຼາຍຢ່າງ ແລະ ມີການປ່ຽນແປງໃນທາງບວກ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ພິທີໄຂທົດລອງນຳໃຊ້ເຕົາເຜົາຂີ້ເຫຍື້ອພາຍໃຕ້ໂຄງການທົດລອງເພື່ອປັບປຸງການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ຢູ່ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 27 ພຶດສະພາ 2019 ຢູ່ສະໜາມບຳບັດຂີ້ເຫຍື້ອ ບ້ານຜາສຸກ ເມືອງໄຊທານີ ນວ ໂດຍມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ທ່ານ ຊະນະດະ ຮອງຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ທ່ານ ສາຢາມາ ຈູມອີວິໂລ ຜູ້ອຳນວຍການບໍລິສັດສາຢາມາ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕາມການລາຍງານຂອງສະຫະປະຊາຊາດ(ສປຊ)ເມື່ອບໍ່ດົນມານີ້, ທົ່ວໂລກຜະລິດຂີ້ເຫຍື້ອເອເລັກໂຕຣນິກ 48,5 ລ້ານໂຕນ ໃນປີກາຍນີ້.