ລາວ-ໄທ ຮ່ວມໃສ່ບາດ ຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ລາວ-ໄທ ຮ່ວມໃສ່ບາດ ຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ ເພື່ອເປັນການສະເຫລີມສະຫລອງຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ