ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ທ່ານນາງເອກອັກຄະລັດຖະທູດ ງໂງມິງຫງວຽດ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສວມບົດບາດເປັນຂົວຕໍ່ ເພື່ອຊ່ວຍໃຫ້ປະເທດໃນອາເມລິກາໃຕ້ແຫ່ງນີ້ ເຂົ້າຫາຕະຫຼາດທີ່ກວ້າງໃຫຍ່ຂອງ ອາຊຽນ ແລະ ອາຊີ - ປາຊີຟິກ.