ຍສໝ - ກຸ່ມບໍລິສັດ Vatech Networks, ແມ່ນໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງໂລກໃນຂົງເຂດອຸປະກອນການແພດຂະແໜງທັນຕະແພດ, ໄດ້ດຳເນີນບັນດາໂຄງການສຶກສາຢູ່ ຫວຽດນາມ ຢ່າງເປັນທາງການ ເພື່ອແນໃສ່ບຳລຸງສ້າງຊາວໜຸ່ມໃຫ້ກາຍເປັນຜູ້ຊ່ຽວຊານໃນຂົງເຂດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (IT) ແລະ ພາສາເກົາຫຼີ. ນີ້ແມ່ນໂອກາດເພື່ອຊ່ວຍໃຫ້ເຂົາເຈົ້າສາມາດບືນຕົວຂຶ້ນ ແລະ ປັບປຸງຊີວິດການເປັນຢູ່, ພິເສດແມ່ນສຳລັບເປົ້າໝາຍເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຍາກ.
ໜູນຊ່ວຍລາວ ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນປີ 2024
ຍສໝ - ໃນລະຫວ່າງວັນທີ 20-23 ກັນຍານີ້, ຢູ່ນະຄອນດ່ານັງ, ກະຊວງຖະແຫຼງຂ່າວ ແລະ ສື່ສານຈະຈັດຕັ້ງກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (AMRI) ຄັ້ງທີ 16, ກອງປະຊຸມລັດຖະມົນຕີຂໍ້ມູນຂ່າວສານອາຊຽນ+3 ຄັ້ງທີ 7 ແລະ ກອງປະຊຸມເຈົ້າໜ້າທີ່ຂັ້ນສູງທີ່ກ່ຽວຂ້ອງ. ຂະໜາດແມ່ນມີຜູ້ແທນສາກົນປະມານ 100-150 ຄົນ ແລະ ຜູ້ແທນຫວຽດນາມ 250-300 ຄົນ.
ຍສໝ - ຫວ່າງແລ້ວນີ້, ຮອບອຸ່ນເຄື່ອງການແຂ່ງຂັນ "ນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານອາຊຽນ 2022" ໄດ້ໄຂຂຶ້ນດ້ວຍຮູບການການແຂ່ງຂັນແບບອອນລາຍ, ດ້ວຍການເຂົ້າຮ່ວມຂອງ 161 ທິມທີ່ມາຈາກ 51 ມະຫາວິທະຍາໄລ, ວິທະຍາໄລຫວຽດນາມ ແລະ ໂຮງຮຽນຂອງບັນດາປະເທດອາຊຽນ.
ຍສໝ - ວັນທີ 14 ທັນວາ, ຢູ່ເຊີອູນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກ ແລະລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບກະຊວງວິທະຍາສາດ, ເຕັກໂນໂລຢີ ແລະຖະແຫຼງຂ່າວ - ການສື່ສານ ສ.ເກົາຫຼີ ແລະຄະນະກຳມະ ການສື່ສານ ສ.ເກົາຫຼີ.
ຕອນເຊົ້າວັນທີ 9 ຕຸລາ, ການແຂ່ງຂັນນັກສຶກສາ ກັບຄວາມປອດໄພດ້ານຂໍ້ມູນຂ່າວສານ ອາຊຽນ 2021 ໄດ້ເລີ່ມຕົ້ນຮອບທໍາອິດຜ່ານລະບົບທາງໄກ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວນີ້ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງສຳນັກຂ່າວ, ແຕ່ຍັງປະກອບສ່ວນເຂົ້າໃນຂະບວນການຮ່ວມມືສອງຝ່າຍອີກດ້ວຍ.
ສຳນັກພິມຖະແຫຼງຂ່າວ ແລະສື່ມວນຊົນ (ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ) ຫາກໍ່ຈັດພິມຈໍາໜ່າຍປື້ມປົກຂາວດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະສື່ສານຫວຽດນາມ 2019 (ປື້ມປົກຂາວ 2019) ເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ, ຮັບໃຊ້ການສ້າງບັນດາຍຸດທະສາດ, ໂຄງການ, ແຜນຮ່າງທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກໍາຄັ້ງທີ 4, ກິດຈະການຫັນປ່ຽນດີຈີຕອນແຫ່ງຊາດ…