ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1
ກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີພິທີເປີດແລ່ນຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນຂ້າມຂົວມິດຕະພາບ ລາວ-ໄທ 1 ນະຄອນຫຼວງວຽງຈັນ ຄັ້ງປະຖົມມະລືກ ຈັດຂຶ້ນວັນທີ 1 ສິງຫາ 2019 ທີ່ລານຕູ້ສິນຄ້າທ່ານາແລ້ງ ເມືອງຫາດຊາຍຟອງ ມີທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທປະຈຳລາວ ທ່ານ ວໍລະວຸດ ມາລາ ຮັກສາການແທນຜູ້ວ່າການລົດໄຟແຫ່ງປະເທດໄທ ແລະ ພາກສ່ວນກ່ຽວຂ້ອງທັງສອງປະເທດເຂົ້າຮ່ວມ.