ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ Shangri – La ຢູ່ ສິງກະໂປ
ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ໃນວັນທີ 30 ພຶດສະພາ 2019, ທ່ານພົນເອກ ໂງ ຊວນ ລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ 2019 ຢູ່ ສິງກະໂປ.