ເຄີນເທີ ປາດຖະໜາວ່າ ອົດສະຕຣາລີ ຈະໜູນຊ່ວຍບຳລຸງສ້າງນັກຊ່ຽວຊານໃນຂົງເຂດກະສິກຳ, ການສຶກສາ ແລະ ສາທາລະນະສຸກ
ຍສໝ - ວັນທີ 12 ທັນວາ, ການນໍານະຄອນ ເຄີນເທີ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານ Andrew Goledzinowski - ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ຫວຽດນາມ ແລະ ບັນດາຊະມາຊິກຄະນະທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ເຄີນເທີ. 2 ຝ່າຍ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື່: ສຶກສາ, ບຳລຸງສ້າງ, ສາທາລະນະສຸກ, ກະສິກຳນຳໃຊ້ເຕັກໂນໂລຊີສູງເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ...