ແກ້ໄຂ “ບັດ​ເຫຼືອງ” IUU: ຫຼາຍ​ທ້ອງ​ຖິ່ນ​ບັນ​ລຸ 100% ກຳ​ປັ່ນ​ຫາ​ປາ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ກວດ​ກາ​ການ​ເດີນ​ທາງ.

ແກ້ໄຂ “ບັດ​ເຫຼືອງ” IUU: ຫຼາຍ​ທ້ອງ​ຖິ່ນ​ບັນ​ລຸ 100% ກຳ​ປັ່ນ​ຫາ​ປາ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ກວດ​ກາ​ການ​ເດີນ​ທາງ.

ຍສໝ - ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ “ບັດ​ເຫຼືອງ” ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ກ່ຽວ​ກັບ​ສິນ​ທະ​ເລ​ຂອງ​ຫວຽດ​ນາມ, ຫຼາຍ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດ​ໝາຍ, ບໍ່​ມີ​ລາຍ​ງານ ແລະ ບໍ່​ມີ​ລະ​ບຽບ​ການ (IUU). ບັນດາ​ທ້ອງ​ຖິ່ນ​ພວມ​ສຸມ​ໃສ່​ຮັດ​ແໜ້ນ​ການ​ຄຸ້ມ​ຄອງ​ກຳ​ປັ່ນ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ເດີນ​ທາງ, ຕິດຕາມ​ກວດກາ​ແຫຼ່ງກຳ​ເນີ​ດຂອງ​ອາຫານ​ທະ​ເລ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ​ທາງ​ທະ​ເລ​ຢ່າງ​ໝັ້ນຄົງ.