ສະໜອງຂໍ້ມູນທີ່ເປັນປະໂຫຍດ ແລະເປັນທາງການກ່ຽວກັບການໄປສຶກສາຢູ່ຍີ່ປຸ່ນ
ຍສໝ - ວັນທີ 20 ຕຸລາ ຢູ່ ຮ່າໂນ້ຍ, ເກືອບ 50 ມະຫາວິທະຍາໄລ ແລະ ຮາກຖານການສຶກສາຈາກ ຍີ່ປຸ່ນ ໄດ້ເຂົ້າຮ່ວມການສຳມະນາການໄປສຶກສາຢູ່ ຍີ່ປຸ່ນ 2024. ເຫດການໄດ້ດຶງດູດນັກຮຽນ, ນັກສຶກສາພ້ອມກັບພໍ່ແມ່ຜູ້ປົກຄອງທີ່ສົນໃຈເປັນຈໍານວນຫຼວງຫຼາຍ, ສະໜອງບັນດາຂໍ້ມູນອັບເດດ ແລະ ຢ່າງເປັນທາງການກ່ຽວກັບການໄປສຶກສາຢູ່ ຍີ່ປຸ່ນ. ການສຳມະນາໄດ້ຈັດຕັ້ງ ໂດຍອົງການໜູນຊ່ວຍນັກສຶກສາ ຍີ່ປຸ່ນ (JASSO) ສົມທົບກັບສະໂມສອນນັກຮຽນ ຫວຽດນາມ ທີ່ໄປຮຽນຢູ່ຕ່າງປະເທດ ປະຈຳ ຍີ່ປຸ່ນ (VAJA).