ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ
ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຢູ່ສຳນັກງານຄະນະການຕ່າງປະເທດສູນກາງ, ສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບສະຫາຍ ນາງ Luciana Santos, ປະທານພັກກອມມູນິດ ບຣາຊິນ (PcdoB), ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຂອງ ບຣາຊິນ.