ຍສໝ - ເພື່ອເລີ່ມຕົ້ນໃຫ້ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສີລັງກາ (1970-2025), ສະຖານທູດ ຫວຽດນາມ ປະຈຳ ສີລັງກາ ໄດ້ສົມທົບກັບກະຊວງການຕ່າງປະເທດ ສີລັງກາ ແລະ ໜັງສືພິມ Colombo Times ໄດ້ຈັດຕັ້ງພິທີປຸກລະດົມການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ ແລະ ການເສັງອອກແບບ Logo ກ່ຽວກັບການພົວພັນລະຫວ່າງ 2 ປະເທດ.
ຍສໝ - ໃນລະຫວ່າງສອງມື້ ວັນທີ 23-24 ພະຈິກ 2024, ງານ “ວັນບຸນພັດທະນາຄວາມສາມາດຂອງເດັກນ້ອຍ: ເດັກນ້ອຍກະທຳເພື່ອອະນາຄົດ” ໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງນັກຮຽນເກືອບ 300 ຄົນທີ່ມາຈາກ 4 ແຂວງ ລວມມີ ຮ່າຢາງ, ຮ່ວາບິ່ງ, ຕວຽນກວາງ ແລະ ແທງຮວາ.
ຍສໝ - ວັນທີ 2 ພະຈິກ, ຢູ່ມະຫາວິທະຍາໄລພາສາຕ່າງປະເທດ Kanda (ແຂວງ Chiba, ປະເທດຍີ່ປຸ່ນ), ໄດ້ດຳເນີນການເສັງເວົ້າພາສາ ຫວຽດນາມເກັ່ງ ຄັ້ງທີ 18. ການເສັງປະກອບສ່ວນຢ່າງແທດຈິງໃນການເພີ່ມທະວີການເຜີຍແຜ່ພາສາ ຫວຽດນາມ ຢູ່ຍີ່ປຸ່ນ ເວົ້າສະເພາະ ແລະ ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ.
ຍສໝ - ວັນທີ 20 ຕຸລາ, ພະແນກພົວພັນຕ່າງປະເທດນະຄອນ ຫາຍຟ່ອງ, ສະຫະພັນບັນດາອົງການມິດຕະພາບນະຄອນ ແລະ ສະມາຄົມ ສ.ເກົາຫຼີ ຢູ່ ຫາຍຟ່ອງ ໄດ້ສົມທົບກັນຈັດຕັ້ງຮອບສຸດທ້າຍການເສັງພາສາ ເກົາຫຼີ ຄັ້ງທີ 10 - ຫາຍຟ່ອງ 2024 ດ້ວຍຫົວຂໍ້ວ່າ: ສ.ເກົາຫຼີໃນຕາຂອງຂະພະເຈົ້າ".