ຊຸກຍູ້ການຮ່ວມມື ແລະ ການລົງທຶນລະຫວ່າງນະຄອນ ດາຫນັງ ແລະ ປະເທດໄທ
ຍສໝ - ຫວ່າງແລ້ວນີ້, ຢູ່ສະຖານກົງສຸນໃຫຍ່ລາຊະອານາຈັກໄທ ປະຈຳນະຄອນໂຮ່ຈິມິນ ແລະ ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ປະຈຳນະຄອນ ດາຫນັງ ພ້ອມກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບການເພີ່ມທະວີການພົວພັນມິດຕະພາບ ແລະ ການເຊື່ອມຕໍ່ການຄ້າ - ການລົງທຶນ - ທ່ອງທ່ຽວ ລະຫວ່າງນະຄອນ ດາຫນັງ - ໄທ.