ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າເອີຣົບ ແລະ ອາເມລິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ) ໄດ້ສົມທົບກັບສະຖານທູດ ເມັກຊິກ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “50 ປີແຫ່ງການພົວພັນ ຫວຽດນາມ - ເມັກຊິກ: ສະພາບການ ແລະ ແງ່ຫວັງໃນປະຈຸບັນ”. ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາວິສາຫະກິດເບິ່ງຄືນໄລຍະເຄິ່ງສະຕະວັດຂອງການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ພ້ອມກັນນັ້ນໄດ້ປຶກສາຫາລື ແລະ ສະເໜີບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ແລະ ແທດຈິງໃນໄລຍະຈະມາເຖິງ.
ຍສໝ - ວັນທີ 25 ມີນາ 2025, ຢູ່ນະຄອນ ໂຮ່ຈິມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົດສະຕາລີ ແລະ ການາດາ ຈັດຕັ້ງການສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ກົມພົວພັນຕ່າງປະເທດ ແລະ ກົມກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຕຸລາການ - ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີສອງຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ຮູບແບບອື່ນໆຂອງການປະພຶດ ຫຼື ການລົງໂທດທີ່ໂຫດຮ້າຍ, ບໍ່ມີມະນຸດສະທຳ ຫຼື ເຮັດໃຫ້ມະນຸດອັບອາຍຂາຍໜ້າ.
ຍສໝ - ໂດຍປະຕິບັດໂຄງການຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ, ໃນວັນທີ 22 ພະຈິກ 2024, ຢູ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ ແລະ ກົມລະບອບກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຍຸຕິທຳ - ກະຊວງຕຳຫຼວດ ໄດ້ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີ 2 ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ບັນດາຮູບການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍ, ໄຮ້ມະນຸດສະທຳ ຫຼື ເຮັດໃຫ້ອັບອາຍຂາຍໜ້າ".
ຍສໝ - ວັນທີ 3 ເມສານີ້, ຢູ່ແຂວງ ຫຼວງພະບາງ, ພາກເໜືອຂອງ ລາວ, ໄດ້ດຳເນີນການສຳມະນາ “ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ” ໂດຍອົງການກອງທຶນເງິນຕາສາກົນ (IMF) ແລະ ທະນາຄານແຫ່ງ ສປປ ລາວ ຈັດຕັ້ງ.ນີ້ແມ່ນເຫດການຂັ້ນສູງຢູ່ນອກບັນດາລະບົບກອງປະຊຸມຜູ້ວ່າການທະນາຄານສູນກາງ ແລະ ບັນດາລັດຖະມົນຕີການເງິນ ອາຊຽນ ປີ 2024.
ຍສໝ - ເພື່ອຕອບສະໜອງຄວາມມຸ້ງຫວັງ ແລະ ຄວາມຮູ້ສຶກທາງໃຈຂອງພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ສຳຫຼັບບ້ານເກີດເມືອງນອນ ແລະ ໂດຍສະເພາະກັບໝູ່ເກາະເຈື່ອງຊາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ວາງແຜນຈັດຕັ້ງກອງປະຊຸມສຳມະນາ, ພົບປະແລກປ່ຽນກ່ຽວກັບຫົວຂໍ້ "ໝູ່ເກາະບ້ານເກີດເມືອງນອນ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ" ໃນວັນທີ 8 ພຶດສະພາ.