ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ຢູ່ນະຄອນ ຮະລອງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແຂວງ ກວາງນິງ ໄດ້ຈັດຕັ້ງກອງປະຊຸມການໂອ້ລົມສົນທະນາວຽກງານການທູດປະຊາຊົນປີ 2024. ເຂົ້າຮ່ວມການໂອ້ລົມສົນທະນາມີບັນດາຜູ້ແທນເກືອບ 100 ທ່ານທີ່ເປັນຜູ້ຕາງໜ້າຂອງບັນດາພະແນກ, ຂະແໜງ , ແນວໂຮມປະເທດຊາດ,ບັນດາຄະນະ; ບັນດາສະມາຄົມມິດຕະພາບສະມາຊິກ; ຜູ້ຕາງໜ້າການນຳຂອງບັນດາເມືອງ, ເທດສະບານ, ນະຄອນ ແລະ ບາງຕາແສງຊາຍແດນຂອງແຂວງ.
ຍສໝ - ທີ່ກອງປະຊຸມເຈລະຈາ, ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ຈະແບ່ງປັນທ່າອຽງໃໝ່ໃນການລົງທຶນ, ການປ່ຽນແປງໃໝ່ປະດິດສ້າງ, ການສຶກສາບຳລຸງສ້າງ, ເປັນເສນາທິການໃຫ້ບັນດາວິສາຫະກິດ ຫວຽດນາມ ບັນລຸໄດ້ຜົນສຳເລັດ.
ຍສໝ - ໃນວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມສົນທະນາທາງອອນລາຍ ກັບທ່ານ Nishida Yasumori - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.
ຍສໝ - ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.