ລາວ ກຳລັງປະສົບກັບ ການລະບາດຂອງ​ໄຂ້​ຍຸງລາຍ ແລະ ໄຂ້ເລືອດ​ອອກ

ລາວ ກຳລັງປະສົບກັບ ການລະບາດຂອງ​ໄຂ້​ຍຸງລາຍ ແລະ ໄຂ້ເລືອດ​ອອກ

ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ ໃນ​ນີ້ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 6 ເດືອນ​ຕົ້ນ​ປີ ມີ​ຕົວ​ເລກ​ສະ​ສົມ​ທັງ​ໝົດ 1.978 ກໍ­ລະ­ນີ ເສຍ​ຊີ­ວິດ 6 ກໍ­ລະ­ນີ. ອີງຕາມການລາຍງານຂອງກະຊວງ​ສາທາລະນະ​ສຸກ​ ໄດ້​ລາຍ​ງານ​ຕົວ​ເລກກໍລະນີ ຜູ້ຕິດ​ເຊື້ອພະຍາດໄຂ້ຍຸງລາຍ ​ໃນ​ທົ່ວ​ປະ​ເທດ ​​ໃນ​ວັນ​ທີ 4 ກໍລະກົດ 2019 ​ມີ​ຈຳນວນເພີ່ມ​ຂຶ້ນ​​ເປັນ 10.990 ກໍລະນີ ແລະ ເສຍຊີວິດ 25 ກໍລະນີ​ແລ້ວ, ສະ​ເພາະຕົວ​ເລກ​ຜູ້​ທີ່​ມີ​ເຊື້ອ​ໄຂ້ຍຸງ​ລາຍ ​ຢູ່ ນະຄອນຫລວງ​ວຽງ​ຈັນ ມີ 1.978 ຄົນ ​ແລະ ​ເສຍ​ຊີວິດ 6 ຄົນ. ສຳລັບຄົນ​ເຈັບ​ທີ່​ໄດ້​ເຂົ້າ​ມາ​ປິ່ນປົວ​ຢູ່​ທີ່​ໂຮງໝໍ​ເສດ​ຖາ​ທິລາດ ມີ​ 298 ຄົນ ​ແລະ ຍັງ​ບໍ່​ທັນ​ມີ​ຕົວ​ເລກ​ທີ່​ເສຍ​ຊີວິດ ຖ້າ​ທຽບ​​ໃສ່ໄລຍະ​ດຽວ​ກັນ​ໃນ​ປີຜ່ານມາ​ແມ່ນ​ເພີ່ມ​ຂຶ້ນ 123 ຄົນ.