ທົ່ວໂລກຈະມີປະຊາກອນ ປະເຊີນກັບການຟັງ ເກືອບ 2.500 ລ້ານຄົນ

ທົ່ວໂລກຈະມີປະຊາກອນ ປະເຊີນກັບການຟັງ ເກືອບ 2.500 ລ້ານຄົນ

ອົງ​ການ​ອະນາ​ໄມ​ໂລກ ​ປະກາດ​ບົດ​ລາຍ​ງານ​ດັ່ງກ່າວ ​ເນື່ອງ​ໃນ​ໂອກາດ​ວັນ​ທີ 3 ​ເດືອນ​ມິ​ນາ ​ເປັນ​ວັນ​ການ​ຟັງ​​ໂລກ, ບົດ​ລາຍ​ງານ​ນີ້ ຍັງ​ເນັ້ນ​ວ່າ ຕ້ອງ​ເລ່ັງ​ເສີມ​ພະ​ລັງ, ​ເພີ່ມ​ການ​ລົງທຶນ ​ແລະ ​ເພີ່ມ​ໂອກາດ​​​ການ​ໄດ້​ຮັບການ​ບໍລິການ​ເພື່ອ​ບຳລຸງ​ດ້ານ​ໂສຕະ​ວິທະຍາ ​ແລະ ການ​ຟັງ​ຫລາຍ​ຂຶ້ນ ​ເພື່ອ​ປ້ອງ​ກັນ ​ແລະ ກຳຈັດ​ຄວາມ​ເສຍ​ຫາຍ​ຈາກ​ການ​ຟັງ.