ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍຈາກຄວາມຮຸນແຮງຢູ່ໃນການປະທ້ວງໃນອິນໂດເນເຊຍ.
ທ່ານ ອານີເອສ ບາສະເວດານ ເຈົ້າຄອງນະຄອນຈາກາຕາ ແຈ້ງໃຫ້ຮູ້ເມື່ອວັນທີ 22 ພຶດສະພານີ້ວ່າ ມີຜູ້ເສຍຊີວິດ 6 ຄົນ ແລະ ບາດເຈັບອີກ 200 ຄົນ ຈາກການປະທ້ວງທີ່ກາຍເປັນຄວາມວຸ້ນວາຍ ຊຶ່ງເກີດຂຶ້ນຢູ່ໃນນະຄອນຫຼວງຈາກາຕາ ຫຼັງຈາກທີ່ຄະນະກຳມະການການເລືອກຕັ້ງຂອງອິນໂດເນເຊຍ (KPU) ປະກາດຜົນການເລືອກຕັ້ງປະທານາທິບໍດີຂອງປະເທດນີ້ ເມື່ອກ່ອນໜ້ານັ້ນໜຶ່ງວັນ.