ຍສໝ - 22 ປີຜ່ານມາ, ທ່ານ Robert Valentino Kalatschan, ປະທານ, ຫົວໜ້າຫ້ອງການຜູ້ຕາງໜ້າຂອງອົງການ Giving It Back To Kids (GIBTK) ຢູ່ ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທໍາ, ປະກອບສ່ວນປ່ຽນແປງຊີວິດຂອງເດັກນ້ອຍ, ຄົນພິການ ແລະ ບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກ. ໂດຍໄດ້ຮັບຮູ້ການປະກອບສ່ວນຂອງທ່ານເຂົ້າໃນການພັດທະນາແບບຍືນຍົງຂອງ ຫວຽດນາມ, ວັນທີ 9 ມັງກອນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ແກ່ທ່ານ.
ຍສໝ - ຕອນບ່າຍວັນທີ 23 ສິງຫາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດີເດັ່ນເຂົ້າຮ່ວມກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ປະກອບສ່ວນອັນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່.
ຍສໝ - ໃນໄລຍະ 5 ປີທີ່ທ່ານດຳລົງຕຳແໜ່ງເປັນຜູ້ອຳນວຍການແຫ່ງຊາດຂອງອົງການອຸປະຖຳປະຊາຊົນ ນອກແວ, ທ່ານ Jan Erik Støa ໄດ້ລິເລີ່ມ, ຜັນຂະຫຍາຍ ແລະ ເປີດກວ້າງບັນດາໂຄງການເກັບກູ້ລະເບີດບໍ່ທັນແຕກຢ່າງຕັ້ງໜ້າ. ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 14 ສິງຫາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ”.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ແລ້ວ, ການໂຄສະນາວັດທະນະທຳແມ່ນໜ້າທີ່ສຳຄັນ. ບັນດາອົງການຕາງໜ້າ ປະຈຳ ຝລັ່ງ ໄດ້ມານະພະຍາຍາມປະຕິບັດຫຼາຍກິດຈະກຳ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.
ເມື່ອຕອບສໍາພາດຕໍ່ນັກຂ່າວທ່ານ ປອ Oh Ei Sun ທີ່ປຶກສາຂັ້ນສູງຢູ່ສູນຄົ້ນຄວ້າປາຊີຟິກ (ມາເລເຊຍ), ພ້ອມທັງແມ່ນນັກຊ່ຽວຊານຄົ້ນຄວ້າຂັ້ນສູງຢູ່ສະຖາບັນຄົ້ນຄວ້າບັນຫາສາກົນສິງກະໂປ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຕົນໃນປີດຳລົງຕຳແໜ່ງປະທານອາຊຽນ 2020 ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືອາຊຽນ ຄວນໄດ້ຮັບການຕີລາຄາໂດຍອີງໃສ່ການສືບທອດນີ້.
ຍສໝ - ແຕ່ວັນທີ 1 ມັງກອນ 2008 ຫາວັນທີ 31 ທັນວາ 2009, ຫວຽດນາມ ໄດ້ດໍາລົງຕໍາແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 2008-2009 ເປັນຄັ້ງທໍາອິດ