ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ

ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ

ຍສໝ - ແນໃສ່ຫັນຈິດໃຈແຫ່ງການປ່ຽນແປງໃໝ່ ແລະ ນວັດຕະກຳ ແລະ ພັດທະນາວິທະຍາສາດເຕັກໂນໂລຊີແຫ່ງຊາດໃຫ້ປະກົດຜົນເປັນຈິງ, ຄະນະຕິດຕໍ່ພົວພັນປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ຈະຈັດຕັ້ງ ເວທີປາໄສປັນຍາຊົນ ແລະ ການປ່ຽນແປງໃໝ່ ແລະ ນວັດຕະກຳຫວຽດນາມ ຢູ່ ສິງກະໂປ 2026 (Vietnam-Singapore Innovation Forum - VSIF 2026).

ເພື່ອນມິດສາກົນ: ຫວຽດນາມ ສົ່ງແຮງບັນດານໃຈການປົດປ່ອຍ ແລະ ພັດທະນາ

ເພື່ອນມິດສາກົນ: ຫວຽດນາມ ສົ່ງແຮງບັນດານໃຈການປົດປ່ອຍ ແລະ ພັດທະນາ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ, ບັນດາ​ການ​ນຳ ​ແລະ ນັກ​ການ​ເມືອງ​ຂອງ ກຳປູ​ເຈຍ, ​ເມັກ​ຊິໂກ, ອູຣູກວາຍ ​ແລະ ຝລັ່ງ ​ໄດ້​ແບ່ງປັນ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເຄື່ອນ​ໄຫວ​ປະຫວັດສາດ ​ແລະ ພັດທະນາ​ຂອງ​ຫວຽດນາມ. ນັບແຕ່​ໄຊຊະນະ​ປີ 1945 ທີ່​ໄດ້​ເປີດສັງກາດ​ເປັນ​ເອກະລາດ, ​ເຖິງ​ຂະ​ບວນການປ່ຽນແປງໃໝ່ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ​ເປັນ​ແບບຢ່າງ​ແຫ່ງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ກໍ່ຄື​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາ​ຄົມ​ສາກົນ.

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ຊາວຫວຽດນາມຢູ່ຕ່າງປະເທດສະໜັບສະໜູນຮູບແບບລັດຖະບານສອງຊັ້ນ, ເຊື່ອໝັ້ນການຫັນປ່ຽນອັນໃຫຍ່ຫຼວງຂອງບ້ານເກີດເມືອງນອນ

ຍສໝ - ນັບ​ແຕ່​ວັນ​ທີ 1 ກໍລະກົດ ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ຮູບ​ແບບ​ລັດຖະບານ​ທ້ອງ​ຖິ່ນ 2 ຊັ້ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ເປັນ​ທາງ​ການ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ຢູ່​ລາວ, ອິດສະຣາ​ແອນ, ອິນ​ໂດ​ເນ​ເຊຍ ​ສະ​ແດງ​ຄວາມ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່​ນະ​ໂຍບາຍ​ນີ້, ພ້ອມ​ກັນ​ນັ້ນ ​ກໍ​ຄາດ​ວ່າ​ຈະ​ມີ​ການ​ຫັນປ່ຽນ​ຢ່າງ​ໃຫຍ່​ຫຼວງ​ໃນກົງຈັກການ​ບໍລິຫານ - ມຸ່ງ​ໄປ​ເຖິງ​ຜົນສັກສິດ, ປະສິດທິ​ຜົນ, ​ຈະແຈ້ງ ​ແລະ​ ໃກ້ຊິດ​ກັບ​ປະຊາຊົນ.

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ຍສໝ - “ສ້າງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໃຫ້​ເຂັ້ມ​ແຂງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ຄວາມ​ຕັ້ງຫວັງຂອງ​ການ​ນຳ​ພັກ ​ແລະ ລັດ, ຄວາມ​ຕ້ອງການ​ພັດທະນາ​ດ້ວຍຕົນ​ເອງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ກໍ່​ຄື​ການ​ຜັນຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນແຜນ​ການ​ເຮັດ​ວຽກ​ປີ 2025”. ນີ້​ແມ່ນ​ທິດ​ທາງ​ການ​ເຮັດ​ວຽກ​ ປີ 2025 ຂອງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO) ທີ່​​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມຄະນະ​ປະທານ​ຄັ້ງ​ທີ 13, ອາຍຸ​ການ VI ໄດ້​ຮັບ​ການ​ຮັບຮອງ​ເອົາ 100% ເຊິ່ງ​ຈັດ​ຂຶ້ນ​ໃນ​ຫວ່າງມໍ່ໆມານີ້ຢູ່ ​ຮ່າ​ໂນ້ຍ.

ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ

ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ

ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກອງປະຊຸມໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.