ການນໍາແຂວງຈໍາປາສັກຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບແຂວງເລີມດົງ ສສ ຫວຽດນາມ
ສອງວັນທີ່ຜ່ານມາ, ຢູ່ຫ້ອງຮັບແຂກ ສະໂມສອນຫຼັກ 4, ນະຄອນປາກເຊ, ແຂວງຈຳປາສັກ, ການນໍາແຂວງຈໍາປາສັກນໍາໂດຍ ສະຫາຍ ເມກສະຫວັນ ພົມພິທັກ, ຮອງເລຂາອົງຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈໍາປາສັກ, ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ສະຫາຍຫງຽວນກວາງຢຽນ, ປະທານຄະນະກວດກາພັກ-ລັດເມືອງລາກເຢືອງ, ແລະ ກຳມະການຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລິມດົງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.