ຍສໝ - ປະສົບຜົນສຳເລັດໃນການຕໍ່ສູ້ ແລະ ທຳລາຍລ້າງອົງກອນອາດຊະຍາກຳທີ່ເຄື່ອນໄຫວການຄ້າມະນຸດ ແລະ ການສໍ້ໂກງທາງອອນລາຍເປັນຂອບຂະໜາດໃຫຍ່... ການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ລັດຖະບານ ໄດ້ດຳເນີນກອງປະຊຸມ ປະຈຳເດືອນ ກໍລະກົດ 2023 ດ້ວຍຫົວເລື່ອງສ້າງກົດໝາຍ ເພື່ອປຶກສາຫາລືຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການລາຍງານ, ສະເໜີແນະການນຳໃຊ້ອັດຕາພາສີອາກອນພື້ນຖານທົ່ວໂລກ ແລະ ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍແກ້ໄຂຂໍ້ຕິດຂັດໃນກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງການລົງທຶນບັນດາກິດຈະກຳຄົມມະນາຄົມທາງບົກ.
ຍສໝ - ທ່ານນາງ Park Mihyung, ຫົວໜ້າອົງການອົບພະຍົບສາກົນ (IOM) ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສານຫວຽດນາມ ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການຄ້າມະນຸດຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ແລະ ອົງການສາກົນເພື່ອການເຄືື່ອນຍ້າຍຖິ່ນຖານ (ອົງການເພື່ອການເຄືື່ອນຍ້າຍຖິ່ນຖານ ສະຫະປະຊາຊາດປະຈຳ ຫວຽດນາມ - IOM) ໄດ້ສົມທົບກັນຈັດຕັ້ງງານວາງສະແດງກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ “ເສັ້ນທາງໄປສູ່ຄວາມສະຫງົບສຸກ”.
ຍສໝ - ຢູ່ແຂວງ ຕ່ຽນກ່ວາງ, ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການທະຫານແຂວງຕ່ຽນກ່ວາງ ແລະ ກອງທຶນເດັກນ້ອຍ Blue Dragon (Blue Dragon Children's Foundation) ເພື່ອຮັບເອົາຜູ້ປະສົບເຄາະຮ້າຍການຄ້າມະນຸດທີ່ເປັນພົນລະເມືອງຫວຽດນາມ ກັບຄືນປະເທດ.
ຍສໝ - ແຈ້ງການຂອງສະຖານທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ: ກິດຈະກຳແກ່ດຶງ ແລະ ນຳເອົາຊາວຫວຽດນາມ ມາກຳປູເຈຍເຮັດວຽກ “ເບົາບາງ ແຕ່ມີລາຍໄດ້ສູງ” ໂດຍມີຄົນຈີນຈໍານວນໜຶ່ງເປັນຫົວໂປ່, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ກຳປູເຈຍ…
ຍສໝ - ສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ອົດສະຕາລີ (VAA) ຢູ່ລັດ New South Wales ຫາກໍ່ຈັດການພົບປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຂອງສະມາຄົມ ຄົບຮອບ 1 ປີ; ຂາຍປະມູນຮູບແຕ້ມ ແລະ ລະດົມເງິນໄດ້ຫຼາຍກ່ວາ 110 ລ້ານດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ເພື່ອຊ່ວຍເຫລືອແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດຂ້າມຊາຍແດນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກົມຕຳຫຼວດອາຍາ, ກະຊວງຕຳຫຼວດຫວຽດນາມ ໄດ້ສົມທົບກັບສະຖານທູດອັງກິດ ປະຈຳ ຫວຽດນາມ ຈັດກອງປະຊຸມສຳມະນາຕີລາຄາ ກ່ຽວກັບໂຄງການຍົກສູງກຳລັງຄວາມສາມາດ ໃນການສືບສວນຄະດີການຄ້າມະນຸດ.
ຍສໝ - ຕອນເຊົ້າວັນທີ 8 ສິງຫາ, ຢູ່ ຍາຈາງ (ແຂວງ ແຄ໋ງ ຫ່ວາ), ກະຊວງ ຕຳຫຼວດໄດ້ຈັດກອງປະຊຸມຕີລາຄາ ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ກ່ຽວກັບການປ້ອງກັນ, ຕໍ່ຕ້ານການຄ້າມະນຸດ ແລະ ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນປີ 2018 - ປີ 2019.