ຮ່ວມກັນຮັກສາສຸຂະພາບປະຊາຊົນຢູ່ເຂດຊາຍແດນເພື່ອນລາວ
ຍສໝ - ເມືອງ ອ່າເລື໋ອຍ (ນະຄອນ ເຫ້ວ) ມີເສັ້ນທາງຊາຍແດນຕິດກັບລາວ 81 ກວ່າກິໂລເເມັດ. ໃນນັ້ນ, ບ້ານກະໂລ, ເຊຊັບ (ເຊກອງ), ບ້ານ ໂກ່ຕ່າຍ (ສາລະວັນ) ມີຫຼາຍຮ້ອຍຄອບຄົວ. ສ່ວນຫຼາຍ, ບັນດາໝູ່ບ້ານຂອງລາວ ທີ່ຢູ່ເຂດຊາຍແດນຂາດເຂີນດ້ານການແພດ ແລະ ຢູ່ຫ່າງໄກຈາກກັນ, ສະນັ້ນ ການຊ່ວຍເຫຼືອດ້ານການປິ່ນປົວສ່ວນຫຼາຍແມ່ນຂຶ້ນກັບສູນການແພດເມືອງ ອ່າເລື໋ອຍ.