ຍສໝ - ໄວຂຶ້ນເພື່ອບໍ່ໃຫ້ພາດຈັງຫວະຂອງເວລາ. ມີປະສິດທິພາບຫຼາຍຂຶ້ນເພື່ອໃຫ້ທຸກຊັບພະຍາກອນສາມາດນໍາໃຊ້ໄດ້. ໃກ້ຊິດກັບປະຊາຊົນເພື່ອໃຫ້ຊາວຫວຽດນາມທຸກຄົນແບ່ງປັນໝາກຜົນແຫ່ງການພັດທະນາ. ນັ້ນແມ່ນເສັ້ນທາງແຫ່ງການຫັນເປັນດີຈີຕອນຮອບດ້ານທີ່ຫວຽດນາມ ແມ່ນ ແລະ ຈະປະຕິບັດຢ່າງໝັ້ນຄົງ.
ຍສໝ - ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້ແມ່ນເວທີປາໄສເພື່ອຊ່ວຍໃຫ້ວິສາຫະກິດຂອງທັງສອງປະເທດກຳແໜ້ນທ່າອ່ຽງດຳເນີນທຸລະກິດໃໝ່, ຊອກຫາຄູ່ຮ່ວມມື ເພື່ອຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຈາກນັ້ນ ກໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ. ເຫດການ ໄດ້ດຶງດູດເກືອບ 100 ວິສາຫະກິດ ແລະ ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນທີ່ມາຈາກ ສິງກະໂປ ແລະ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ໃຫ້ການຕ້ອນຮັບທ່ານ Mathias Cormann ເລຂາທິການໃຫຍ່ອົງການຮ່ວມມືເສດຖະກິດ ແລະ ພັດທະນາ (OECD) ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສ OECD - ລັດຖະມົນຕີອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາການເຄື່ອນໄຫວພາຍໃນ. ຂອບເຂດການເປັນປະທານຮ່ວມຂອງໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ໃນປີ 2023 ໄດ້ຖືກຈັດຂຶ້ນເປັນຄັ້ງທີ 2 ຕິດຕໍ່ກັນຢູ່ຮ່າໂນ້ຍ.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ໃນທັດສະນະຊອດທະລຸຂອງລັດຖະບານ ແມ່ນຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເຈົ້າກຳ, ກຳລັງແຮງຂອງການຫັນເປັນດີຈີຕອນ.
ຍສໝ - ເຫດການໄດ້ຮັບການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ ທີ່ເປັນການນຳ ແລະ ພະນັກງານຂອງບັນດາກະຊວງ, ຄະນະຂະແໜງການຂັ້ນສູນກາງ ແລະ ບາງທ້ອງຖິ່ນ, ອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງສັງຄົມ, ອົງການຂອງ ສປຊ ປະຈຳ ຫວຽດນາມ...