ຍສໝ - ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າການນຳກະຊວງສຶກສາ ແລະ ກິລາ ລາວ, ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ນະຄອນຫຼວງ ວຽງຈັນ, ບັນດາພະນັກງານ, ຄູສອນ, ນັກຊ່ຽວຊານໄດ້ ແລະ ພວມສິດສອນພ້ອມກັບນັກຮຽນ ແລະ ອະດີດນັກຮຽນຂອງໂຮງຮຽນເປັນຈຳນວນຫຼາຍ.
ຍສໝ - Good Neighbors International ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍໂຄງການ “ພັດທະນາວຽກງານສັງຄົມ ແລະ ໃຫ້ຄຳປຶກສາດ້ານຈິດໃຈໃນໂຮງຮຽນໄລຍະ 2022 - 2024”.
ຍສໝ - ໃນຕະລາງ THE WUR ໄດ້ຕີລາຄາບັນດາມະຫາວິທະຍາໄລໃນທົ່ວໂລກ ອີງຕາມການຄົ້ນຄ້ວາຂອງບັນດາໜ້າທີ່ຫຼັກແຫຼ່ງຂອງໂຮງຮຽນມະຫາວິທະຍາໄລ, ຕາມບັນດາດັດຊະນີວັດແທກມາດຖານເພື່ອແນໃສ່ສະໜອງບັນດາການປຽບທຽບຢ່າງຮອບດ້ານ ແລະ ມີຄວາມສະເໝີພາບ.
ຍສໝ - ບັນດາຊົ່ວໂມງຮຽນວິຊາຟິຊິກສາດ ຢູ່ ຫວຽດນາມ ບໍ່ພຽງແຕ່ເຮັດໃຫ້ວິຊານີ້ມີຄວາມເຂົ້າໃຈງ່າຍ, ດຶງດູດໃຈ, ຈັບອົກຈັບໃຈເທົ່ານັ້ນ ຫາກຍັງຊ່ວຍໃຫ້ ສຸດາລັດ ໄຊຍະລາດ ພ້ອມກັບນັກສຶກສາລາວຫຼາຍຄົນ ພັດທະນາຈິນຕະນາການຄວາມຄິດປະດິດສ້າງ, ລັກສະນະເປັນເຈົ້າການ, ຫຼໍ່ລ້ຽງຄວາມເມົາມົວຕໍ່ວິຊານີ້.
ຍສໝ - ມີຜູ້ອຳນວຍການໂຮງຮຽນກ່ວາ 10.000 ທ່ານໃນທົ່ວປະເທດ ຈະໄດ້ຮັບການຝຶກອົບຮົມໃນໂຄງການໂຮງຮຽນແຫ່ງຄວາມສຸກ ໂດຍກອງທຶນໜູນຊ່ວຍການປ່ຽນແປງໃໝ່ການສຶກສາສາມັນ ຫວຽດນາມ (VIGEF) ຈັດຂຶ້ນ.
ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.
ຍສໝ - ຫວ່າງແລ້ວນີ້, ວາລະສານ Times Higher Education (THE) ໄດ້ປະກາດໝາກຜົນຕາຕະລາງຈັດອັນດັບ THE Impact Rankings. ນີ້ແມ່ນຕາຕະລາງຖືເອົາການນຳໜ້າໃນການປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງ ສປຊ ເປັນມາດຖານຈັດອັນດັບບັນດາອົງການສຶກສາຂັ້ນມະຫາວິທະຍາໄລໃນທົ່ວໂລກ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 24/2022 ສະບັບປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບເງື່ອນໄຂອະນຸຍາດສ້າງສາຂາຂອງໂຮງຮຽນຊັ້ນກາງ, ວິທະຍາໄລທີ່ມີເງິນລົງທຶນຈາກຕ່າງປະເທດ.
ຍສໝ - ອົງການຈັດຕັ້ງໜູນຊ່ວຍມະຫາວິທະຍາໄລໂລກ ຂອງເຢຍລະມັນ (WUS) ໃຫ້ຮູ້ວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ຕໍ່ນັກສຶກສາມະຫາວິທະຍາໄລຫວຽດນາມ - ເຢຍລະມັນ (VGU) ຢູ່ຫວຽດນາມ, WUS ແລະ ລັດຖະບານລັດ Hessen ຂອງເຢຍລະມັນໄດ້ໜູນຊ່ວຍ ຈໍານວນເງິນທັງຫມົດ 205,000 ເອີໂຣ ໃຫ້ສໍາລັບທຶນການສຶກສາຢູ່ໂຮງຮຽນນີ້.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຍສໝ - ກະຊວງການສຶກສາ ຫວຽດນາມ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຫາກໍ່ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຍສໝ - ອົງການຈັດຕັ້ງ Times Higher Education ຫາກໍ່ປະກາດໝາກຜົນຂອງການຈັດອັນດັບຂອງບັນດາໂຮງຮຽນມະຫາວິທະຍາໄລໂລກຕາມແຕ່ລະຂົງເຂດປີ 2022 ຂອງ 4 ໃນຈຳນວນ 11 ຂົງເຂດຈັດອັນດັບ. ໃນນັ້ນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຮັກສາຢູ່ລະດັບໃນ Top 601 - 800 ຂອງຂົງເຂດວິທະຍາສາດພື້ນຖານ (Physical Sciences) ເມື່ອທຽບໃສ່ກັບ THE WUR by Subject 2021…
ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
ຍສໝ - ວັນທີ 14 ກໍລະກົດ, ສະຖາບັນວິທະຍາສາດການສຶກສາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການສຶກສາຫວຽດນາມ 2011 – 2020” ພາຍໃຕ້ຮູບການທາງອອນລາຍ ສົມທົບກັບໂດຍກົງ. ເຂົ້າຮ່ວມກອງປະຊຸມສຳມະນາມີ ນັກບໍລິຫານ, ພະນັກງານສ້າງນະໂຍບາຍ, ນັກຊ່ຽວຊານ, ນັກວິທະຍາສາດທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1.000 ຄົນ...
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາງ ເລທິແທັງຢາງ - ປະທານສະຫະພັນເກິ່ນເທີ ໃຫ້ຮູ້ວ່າ: ນະຄອນ ເກິ່ນແມ່ນສູນເສດຖະກິດ - ວັດທະນະທຳ - ສັງຄົມ, ແມ່ນສູນກຳລັງໜູນຂອງທົ່ວເຂດທົ່ງພຽງແມ່ນ້ຳຂອງທາງການໃຕ້ ດ້ວຍທ່າໄດ້ປຽບແມ່ນພັດທະນາຫຼາຍຂົງເຂດ ໃນນັ້ນມີການສຶກສາ ຊຶ່ງໄດ້ຮັບຮູ້ວ່າແມ່ນໜຶ່ງໃນບັນດາຂະແໜງພັດທະນາ ແລະ ປ່ຽນແປງໃໝ່ຢ່າງກະໂດດຂັ້ນໃນຫຼາຍປີຜ່ານມາ.
ຍສໝ - ຕາມນັ້ນແລ້ວ, ກະຊວງສຶກສາ ແລະ ກິລາລາວ ແລະ WFP ຈະສືບຕໍ່ຮ່ວມມືສະໜອງຄາບເຂົ້າໃຫ້ແກ່ບັນດາໂຮງຮຽນ, ໜູນຊ່ວຍນັກສຶກສາ 63.000 ຄົນຢູ່ບັນດາໂຮງຮຽນຢູ່ 18 ເມືອງ ຂຶ້ນກັບ 12 ແຂວງ, ນະຄອນໃນທົ່ວປະເທດລາວ.
ຍສໝ - ສະມາຄົມການສຶກສາພາສາຍີ່ປຸ່ນ ແລະ ມະຫາວິທະຍາໄລ ດ້າຍນາມ ຫາກໍ່ຈັດຕັ້ງພິທີລົງນາມສົມທົບກັນຮ່ວມມືຍຸດທະສາດສ້າງສະຖາບັນບຳລຸງສ້າງສາກົນ ຫວຽດນາມ - ຍີ່ປຸ່ນ (VJII).
ເດືອນມີນາປີ 2021 ແມ່ນຂີດໝາຍກອງທຶນສຶກສາ ວື່ອາຢິງ ຄົບຮອບ 22 ປີ.
ຍສໝ - ແບ່ງປັນທີ່ເວທີປາໄສ, ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີ ຜ່ານມາ, ຫວຽດນາມ ແລະ ແຟນລັງ ໄດ້ມີ ການຮ່ວມມືຫຼາຍຢ່າງໃນຂົງເຂດການສຶກສາ ແລະ ບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງ.
ຍສໝ - ຕາມບົດລາຍງານຂອງທະນາຄານໂລກ (WB), ການສຶກສາຫວຽດນາມຢືນຢູ່ລຳດັບທີ 15 ທຽບເທົ່າກັນກັບປະເທດໂຮນລັງ, ນິວຊີແລນ, ຊຸແອັດ.