ວຽກງານແນວໂຮມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນແບບພິເສດລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ
ຍສໝ - ວັນທີ 9 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ໂດຍການເປັນປະທານຮ່ວມຂອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາປະເທດຊາດ ກຳປູເຈຍ, ທ່ານນາງ Samdech Mensamaan ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທ່ານ ໂດ້ວັນຈ໋ຽນ.