ບາດກ້າວໃໝ່ໃນການພົວພັນປະຊາຊົນ ແລະການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະກູບາ
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.