ຍສໝ - ກ່ອນແລະຫຼັງ ເປັນໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).
ຍສໝ - ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ອິນໂດເນເຊຍ ໃນປີເປັນປະທານອາຊຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງປະຊຸມຈະປະສົບຜົນສຳເລັດຢ່າງຈົບງາມ
“ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ."
ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.
ຍສໝ - ADMM – 14 ແລະ ADMM+ ຄັ້ງທີ 7 ແມ່ນສອງກອງປະຊຸມສຳຄັນທີ່ສຸດ, ສິ້ນສຸດບັນດາການເຄື່ອນໄຫວ, ກອງປະຊຸມການທະຫານ, ປ້ອງກັນຊາດ ອາຊຽນໂດຍກະຊວງປ້ອງກັນປະເທດ ເປັນເຈົ້າພາບຈັດຕັ້ງໃນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020.
ຍສໝ - ທ່ານ Yamada Takia ເອກອັກຄະລັດຖະຍີ່ປຸ່ນ ໄດ້ແບ່ງປັນບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມ ຢູ່ເຂດພາກກາງ ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນວ່າຈະຕັ້ງໜ້າສະໜັບສະໜູນເພື່ອການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບເຂົ້າແທ້ຈິງ ແລະ ມີປະສິດທິຜົນ.
ຍສໝ - ທີ່ການຕ້ອນຮັບທ່ານພົນເອກໂງຊວັນຫຼີກ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງຄະນະ ເພື່ອເປັນການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ໝາກຜົນສອງຝ່າຍໄດ້ບັນລຸໃນການຮ່ວມມືແກ້ໄຂ່ຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງຄວາມສາມາດໃຫ້ແກ່ກຳລັງຕຳຫລວດທະເລຫວຽດນາມ...
ຍສໝ - ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ ແລະ ພວມສົ່ງຜົນກະທົບ ແລະ ສ້າງສີ່ງກີດຂວາງຕໍ່ຫຼາຍການເຄື່ອນໄຫວສາກົນ, ໃນນັ້ນມີບັນດາການເຄື່ອນໄຫວໃນອາຊຽນ, ບັນດາປະເທດອາຊຽນໄດ້ສືບຕໍ່ຮັກສາບັນດາການຮ່ວມມືຫຼາຍຝ່າຍ ພິເສດແມ່ນໃນບັນດາການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ຍສໝ - ທີ່ກອງປະຊຸມເຈລະຈານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ ລະຫວ່າງ ສິງກະໂປ ແລະ ຫວຽດນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບຈະແກ້ໄຂບັນດາສິ່ງກີດແຂວງເກີດຈາກໂລກລະບາດ Covid – 19, ເພື່ອແນໃສ່ຍູ້ແຮງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນການປ້ອງກັນຊາດ ທີ່ໄດ້ເຫັນດີເປັນເອກະພາບລະຫວ່າງ ສອງປະເທດໃນໄລຍະທີ່ຜ່ານມາ, ພ້ອມທັງຄົ້ນຄ້ວາບັນດາເນື້ອໃນ, ຮູບແບບການຮ່ວມມືໃຫ້ເໝາະສົມກັບສະພາບການໃໝ່.