ຍສໝ -ຕອນເຊົ້າວັນທີ 7 ກຸມພາ 2023, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດໃຫ້ແກ່ບັນດານາຍທະຫານໄປປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ ສ.ຊູດັງໃຕ້, ສ.ອາບຟຼິກກາກາງ ແລະ ເຂດ Abyei.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທົ່ວປະເທດຕໍ່ສູ້ກູ້ຊາດ (19 ທັນວາ 1945 – 19 ທັນວາ 2021) ຕອນເຊົ້າວັນທີ 15 ທັນວາ, ຢູ່ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ເຮືອນເລັກທີ 28, ດຽນບຽນຝູ, ບາດິ່ງ, ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຄຳສາບານຕາຍ”.
ຍສໝ - ວັນທີ 6 ທັນວາ, ກະຊວງຕຳຫຼວດໄດ້ສົມທົບກັບສຳນັກພິມການເມືອງແຫ່ງຊາດ ຊື້ເທີດ ຈັດການຖະແຫຼງຂ່າວເພື່ອແຈ້ງຂໍ້ມູນກ່ຽວກັບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮັບປະກັນອະທິປະໄຕແຫ່ງຊາດທາງເຄືອຂ່າຍອີນເຕີເນັດ” ເຊິ່ງຈະຈັດຂຶ້ນໃນວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ສະຫະພັນ ລັດເຊຍ, ວັນທີ 13 ກັນຍາ, ໄລຍະສຳຄຳທີ່ສຸດຂອງການຊ້ອມຮົບຮ່ວມຍຸດທະສາດ Zapad-2021 ໄດ້ດຳເນີນຢູ່ ສະໜາມຫັດແອບ Mulino, ຂຶ້ນກັບແຂວງ Nizhny Novgorod ຂອງປະເທດນີ້, ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເຂດທະຫານ ທາງພາກຕາເວັນຕົກ ສະຫະພັນລັດເຊຍ, ກອງທັບບັນດາປະເທດ ອາກເມເນຍ, ເບລາຣຸດ, ອິນເດຍ, ກາຊັກສະຖານ, ກຽກກິດສະຖານ ແລະ ມົງໂກນ.
ຍສໝ - ຕອນຄ່ຳວັນທີ 4 ກັນຍາ (ຕາມເວລາທ້ອງຖິ່ນ), ພິທີອັດງານມະຫາກຳກິລາການທະຫານສາກົນ ຄັ້ງທີ 7 (Army Games 2021) ໄດ້ຈັດຕັ້ງຢ່າງສົມກຽດຢູ່ສ່ວນສາທາລະນະ Patriot, ຊານເມືອງ ມົດສະກູ (ສະຫະພັນ ລັດເຊຍ).
ຍສໝ - ຕາມໝາກຜົນຂອງການຈົກສະຫຼາກຈັດເຂົ້າຕາຕະລາງ ບັນດາທິມເຂົ້າຮ່ວມການແຂ່ງຂັນ Tank Biathlon ຂອງ ການແຂ່ງຂັນກິລາການທະຫານສາກົນ Army Games-2021, ບັນດານັກຮົບລົດຕັງ ຫວຽດນາມ ຈະແຂ່ງຂັນຢູ່ສາຍ I.
ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ຍສໝ - ທ່ານ Vadym Nozdria ຜູ້ອຳນວຍການໃຫຍ່ບໍລິສັດ Ukrspecexport ໃຫ້ຮູ້ວ່າການເປີດກວ້າງແລະພັດທະນາການຮ່ວມມືກັບຫວຽດນາມແມ່ນໜຶ່ງໃນບັນດາບຸລິມະສິດຂອງບໍລິສັດ.