ຍສໝ - ດ້ວຍປະຫວັດສາດອັນຍາວນານ, ມູນເຊື້ອ ແລະ ຄຸນຄ່າທາງດ້ານວັດທະນະທຳສາສະໜາທີ່ອຸດົມສົມບູນ, ສະມາຄົມພຸດທະສາສະໜາ ຫວຽດນາມ ບໍ່ພຽງແຕ່ແມ່ນອົງການສາສະໜາທີ່ມີໜ້າທີ່ເຜີຍແຜ່ພະທຳເທົ່ານັ້ນ ຫາກຍັງເປັນຂົວຕໍ່ທີ່ສຳຄັນໃນວຽກງານການທູດປະຊາຊົນ, ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ປະຊາຄົມສາກົນ.
ຍສໝ - ຕາມບົດລາຍງານລາຍງານວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ປີ 2023 ຂອງ VUFO ໂດຍທ່ານຮອງປະທານ ເລຂາທິການ VUFO ຟານແອັງເຊີນ ສະເໜີຢູ່ກອງປະຊຸມ, ປີ 2022 VUFO ໄດ້ປະຕິບັດໜ້າທີ່ໃນບັນດາຂົງເຂດ ແລະ ເປົ້າໝາຍວຽກງານ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ການໂອ້ລົມສົນທະນາ: ການພົວພັນ ຫວຽດນາມ - ອາເມລິກາ: 10 ປີແຫ່ງຄູ່ຮ່ວມມືຢ່າງຮອບດ້ານ ແລະ ແງ່ຫວັງ ເຊິ່ງໄດ້ດຳເນີນໃນວັນທີ 25 ກຸມພາ 2023 ຢູ່ຮ່າໂນ້ຍ ໂດຍສະໂມສອນ ຮ່າໂນ້ຍ ຂອງອະດີດນັກຮຽນ ຫວຽດນາມ ຢູ່ ອາເມລິກາ (VUSAC Hanoi) ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຂຶ້ນ.
ຍສໝ - ຄວບຄຸມພະຍາດໂຄວິດ - 19, ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ ແລະ ຟື້ນຟູເສດຖະກິດ - ສັງຄົມ ໂດຍໄວ…ແມ່ນພາບພົດຂອງ ຫວຽດນາມ ໃນປີ 2022. ເພື່ອນມິດສາກົນຮູ້ສຶກແນວໃດກ່ຽວກັບ ຫວຽດນາມ ພາຍຫຼັງ 1 ປີທີ່ຜ່ານຜ່າຄວາມຫຍຸ້ງຍາກລຳບາກ?
ຍສໝ - ໂດຍຕາງໜ້າຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດໄປຍັງຜູ້ປະຕິບັດວຽກງານການທູດປະຊາຊົນ ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ອ່ານຂອງ ວາລະສານຍຸກສະໄໝ ເນື່ອງໃນໂອກາດລະດູບານໃໝ່ປີແມວ 2023 ນີ້!
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອງົການຈັດຕັ້ງມິດຕະພາບ ຫວຽດນາມ ພ້ອມກັບຄະນະປະຕິບັດງານໄດ້ມີການເຮັດວຽກກັບອົງຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງຈ່າວິງ ເພື່ອແນໃສ່ຮັບຟັງສະພາບການປະຕິບັດວຽກງານການທູດປະຊາຊົນໃນບໍລິເວນ…
ຍສໝ - ໜ້າທີ່ຈຸດສຸມຂອງລະບົບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໃນປີ 2022 ແມ່ນຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ, ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ໜ້າທີ່ນີ້ຮຽກຮ້ອງໃຫ້ທົ່ວລະບົບ VUFO ມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບພາລະກຳຂອງການທູດປະຊາຊົນໃນສະພາບການໃໝ່, ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ເລິກເຊິ່ງກ່ຽວກັບຈິນຕະນາການ ກໍ່ຄືວິທີການເຄື່ອນໄຫວ…
ຍສໝ - ໂດຍສືບຕໍ່ຕ້ອງຮັບມືກັບໂລກລະບາດໂຄວິດ - 19, ຄຳຮຽກຮ້ອງຂອງໜ້າທີ່ສູງກ່ວານັບທັງທາງດ້ານປະລິມານ ແລະ ຄຸນນະພາບ, ເພາະສະນັ້ນ ບັນດາບໍລິເວນ, ຂົງເຂດປະຕິບັດງານຂອງອົງການປະຈຳ VUFO ມີບັນດາໝາກຜົນຫຍັງເພື່ອຫວນຄືນພາຍຫຼັງ 1 ປີທີ່ມີການເຄື່ອນໄຫວຢ່າງຟົດຟື້ນ ແລະ ມີສິ່ງທ້າທາຍຫຼາຍຢ່າງ? ບໍ່ແມ່ນຢາກສະຖິຕິຜົນງານໃນການປະຕິບັດງານຂອງບັນດາຄະນະ, ໜ່ວຍງານ ພວກຂ້າພະເຈົ້າພຽງແຕ່ຍົກອອກບັນດາຜົນງານທີ່ພົ້ນເດັ່ນຂອງແຕ່ລະຂົງເຂດ, ບໍລິເວນເຊິ່ງພວກເຮົາບັນລຸໄດ້.
ວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດງານພົບປະສັງສັນກັບສື່ມວນຊົນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ ປີຂານ 2022 ໂດຍທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ ເປັນປະທານ.
ກອງປະຊຸມສຳມະນາທາງໄກ “ການທູດມະຫາຊົນ ຢູ່ອາຊີ 2021” ຈະປຶກສາຫາລື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ພຶດຕິກຳຕົວຈິງ, ວິທີການຊຸກຍູ້ເພື່ອຍົກສູງປະສິດທິຜົນບັນດາການເຄື່ອນໄຫວໃນຂົງເຂດ, ປະກອບສ່ວນສ້າງໂລກ ແຫ່ງສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມເຈລະຈາ “ບັນດາບັນຫາກ່ຽວກັບແມ່ນ້ຳຂອງ” ໂດຍກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຈັດຕັ້ງໃນວັນທີ 8 ກໍລະກົດ, ທ່ານນາງ ເຈິ່ນບາວງອກ - ຫົວໜ້າກົມຮ່ວມມືເສດຖະກິດຫຼາຍຝ່າຍ (ກະຊວງການຕ່າງປະເທດ) ຖືວ່າ: ການທູດປະຊາຊົນຈະແມ່ນກົນໄກສຳຄັນເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາປະເທດ…
ຍສໝ - ໃນໄລຍະ 10 ປີທີ່ຜ່ານມາ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ປັບປຸງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືເຂົ້າສູ່ລວງເລິກ ກັບບັນດາປະເທດ ບ້ານໃກ້ເຮືອນຄຽງ ແລະ ບັນດາຄູ່ຮ່ວມມືທີ່ມີແຕ່ດົນນານແລ້ວ ຄື: ສາທາລະນະລັດ ປະຊາທິປະໄຈປະຊາຊົນ ລາວ, ລາຊະອານາຈັກ ກຳປູເຈຍ, ຈີນ, ກູລາ, ສາທາລະນະລັດ ປະຊາທິປະໄຈປະຊາຊົນ ເກົາຫຼີ…
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ (VUFO) ຈັດກອງປະຊຸມສະຫຼຸບວຽກງານ ປີ 2020, ຜັນຂະຫຍາຍວຽກງານປີ 2021. ການເຄື່ອນໄຫວໜູນຊ່ວຍເພື່ອນມິດສາກົນໃນໄລຍະເກີດໂລກລະບາດໂຄວິກ - 19 ນັບ ແຕ່ຫົວທີແມ່ນຈຸດພົ້ນເດັ່ນຂອງ ຫວຽດນາມ ແລະຢັ້ງຢືນວ່າ ຫວຽດນາມແມ່ນຊົນຊາດທີ່ມີຄວາມຮັກແພງກັນ, ພ້ອມແລ້ວທີ່ຈະແບ່ງທຸກແບ່ງສຸກໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ຜ່ານການກະທຳນີ້, ຄຸນນະທາດແຫ່ງຊາດໄດ້ຜັນຂະຫຍາຍຜ່ານການທູດປະຊາຊົນ.
ຍສໝ - ເຂົ້າຮ່ວມກອງປະຊຸມ ມີທ່ານນາງ ຫງວຽນເຟືອງງາ ເລຂາຄະນະພັກ, ປະທານ VUFO,ທ່ານ ຟານແອັງເຊີນ ຮອງປະທານ ເລຂາທິການໃຫຍ່ VUFO ແລະ ບັນດາກຳມະການຄະນະປະຈຳຄະນະປະທານ VUFO, ຜູ້ຕາງໜ້າບາງກະຊວງ, ຂະແໜງການຂັ້ນສູງການ.
ຍສໝ - ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຍິ່ງມີລັດຖະບານ ແລະ ປະຊາຊົນເຊັກໂກໃນການປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ເຊັກໂກ ຍາມໃດກໍ່ປະຕິບັດຢ່າງຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ -19 ຂອງລັດຖະບານ ເຊັກໂກ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຢູ່ຫໍມິດຕະພາບ ຫວຽດ - ຈີນ, ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (7 ພະຈິກ 1950 – 17 ພະຈິກ 2020) ແລະ ກອງປະຊຸມແຂ່ງຂັນຮັກຊາດໄລຍະ 2020 – 2025 ຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.