ຍສໝ - ຫ້ອງວ່າການລັດຖະບານຫາກໍ່ປະກາດບົດສະຫຼຸບຂອງຄະນະປະຈຳລັດຖະບານ ຢູ່ກອງປະຊຸມທີ່ກ່ຽວຂ້ອງເຖິງການຍົກເວັ້ນວີຊາແບບຝ່າຍດຽວຂອງ ຫວຽດນາມ ໃຫ້ແກ່ພົນລະເມືອງບັນດາປະເທດ ແລະ ບາງນະໂຍບາຍໃໝ່ໃນຂົງເຂດຄຸ້ມຄອງການສົ່ງອອກນຳເຂົ້າ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ.
ຍສໝ - ວັນທີ 2 ມັງກອນ, ພະແນກການທ່ອງທ່ຽວຮ່າໂນ້ຍໃຫ້ຮູ້ວ່າ: ໃນ 3 ວັນພັກປີໃໝ່ສາກົນ ນັບແຕ່ວັນທີ 31 ທັນວາ 2022 ຫາວັນທີ 2 ມັງກອນ ປີ 2023, ນະຄອນຫຼວງຕ້ອນຮັບແຂກທ່ອງທ່ຽວປະມານ 208.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ ບັນລຸປະມານ 38.000 ເທື່ອຄົນ.
ຍສໝ - ພູດາຈົງ (ເທດສະບານ ກວາງອຽນ, ກວາງນິງ) ພວມແມ່ນສະຖານທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວແບບປະຈົນໄພ. ເພື່ອມາແຫ່ງນີ້ ຕ້ອງຜ່ານເຂດພູຜາປ່າໄມ້ທີ່ທຸລະກັນດານ. ພູດາຈົ່ງ ແມ່ນຊື່ໂດຍປະຊາຊົນທ້ອງຖິ່ນຕັ້ງໃຫ້, ນອກຈາກນັ້ນ ກໍຍັງໄດ້ເອີ້ນວ່າ ເງີບຫີນລຸກລັກ.
ຍສໝ - ໜອງບາເບ ໄດ້ຮູ້ຈັກເຖິງແມ່ນໜຶ່ງໃນບັນດາໜອງທຳມະຊາດໃຫຍ່ທີ່ສຸດເຂດພາກເໜືອ ແລະ UNESCO ໄດ້ຈັດເຂົ້າ Top 20 ໜອງສວຍງາມທີ່ສຸດທີ່ຕ້ອງໄດ້ຮັບການປົກປັກຮັກສາ ແລະ ພັດທະນາ.
ຍສໝ - ໜັງສືພິມ Travel + Leisure ສັບຊ້ອນການທ່ອງທ່ຽວບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນນັ້ນມີ ຫວຽດນາມ ເຂົ້າບັນຊີການພັກຜ່ອນໃນລະດູແລ້ງທີ່ເປັນໜ້າລອງ.
ຍສໝ - ກວານລ້ານໂດຍທຳມະຊາດໄດ້ດົນບັນດານໃຫ້ຄວາມງາມທີ່ມີລັກສະນະຂອງຕາແສງເກາະທ່າມກາງທະເລ. ເພື່ອແນໃສ່ຂຸດຄົ້ນທ່າໄດ້ປຽບນັ້ນ ດ້ວຍແຫຼ່ງກຳລັງຕ່າງໆ, ຕາແສງໄດ້ຕັ້ງໜ້າອະນຸລັກຮັກສາ, ເສີມຂະຫຍາຍ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວ.
ຍສໝ - ລາຍການຮ່ວມມືໄດ້ດຳເນີນຕາມຫຼັກການສະໝັກໃຈ, ສົມທົບກັນຢ່າງກົມກຽວ, ມີແຜນການ, ບໍ່ຈຳກັດຂອບຂະໜາດໃນການທ່ອງທ່ຽວ, ຫັນການຮ່ວມມືເປັນຫຼາຍຮູບແບບ, ຫຼາຍຝ່າຍເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວພັດທະນາ.
ຍສໝ - ຫວູງເຕົາມີຫາດຊາຍທະເລທີ່ມີສະເໜ່ຫຼາຍແຫ່ງ, ໃນນັ້ນມີຊື່ສຽງທີ່ສຸດຕ້ອງເວົ້າເຖິງທະເລໂຮ່ກົກເຊິ່ງແມ່ນສະຖານທີ່ໄດ້ຮັບຂະໜາມນາມວ່າສະຫວັນຢູ່ທ່າມກາງ ຫວູງເຕົາ.
ຍສໝ - ວາລະສານ The Travel ທີ່ມີຊື່ສຽງ ຂອງການາດາ ຫາກໍ່ປະກາດບັນຊີລາຍຊື່ 10 ສະຖານທີ່ເໝາະສົມທີ່ສຸດສຳລັບ “ຊາວດີຈີຕອນ” ຫຼືຍັງໄດ້ເອີ້ນວ່າ “Digital Nomads”, ໃນນັ້ນ ຫວຽດນາມ ໄດ້ຈັດຢູ່ອັນດັບ 8 ໃນ 10 ປະເທດທີ່ໄດ້ກ່າວຊື່ໃນບັນຊີລາຍຊື່ນີ້.
ຍສໝ - ຕາມການຄົ້ນຄ້ວາ ຄາດຄະເນວ່າ ການທ່ອງທ່ຽວ ປີ 2022 ຂອງ Booking.com ສຳລັບຊາວຫວຽດນາມ ທີ່ມີແຜນການໄປປະຕິບັດງານ ຫຼື ການລະຫລິ້ນບັນເທິງໃນຮອບເວລາ 12 – 24 ເດືອນຈະມາເຖິງ, ມີຊາວຫວຽດນາມ ຂຶ້ນເຖິງ 76% ຢາກລົງພຶດຕິກຳການດຳລົງຊີວິດແບບໃໝ່, ມີ 70% ຢາກຊີມບັນດາເຍື່ອງອາຫານໃໝ່ ແລະ ແຕກຕ່າງກັນໃນການເດີນທາງໄປທ່ຽວຂອງເຂົາເຈົ້າ, ພາຍຫຼັງສະພາບການທ່ອງທ່ຽວມີຄວາມປອດໄພ.
ຍສໝ - ວັນທີ 16 ມັງກອນ 2020, ໃນຂອບເຂດເວທີປາໄສການທ່ອງທ່ຽວອາຊີຕາເວັນອອກ - FTA 2020 ໄດ້ຈັດຂຶ້ນຢູ່ລາຊະອານາຈັກ ບຣຸໄນ, ກຸ່ມດັງກ່າວໄດ້ຮັບລາງວັນ “ຜະລິດຕະພັນທ່ອງທ່ຽວແບບຍືນຍົງຕົວເມືອງອາຊຽນ”.
ຍສໝ - ສຳນັກຂ່າວສານ Bloomberg (ອາເມລິກາ) ຫາກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມແມ່ນແບບຢ່າງທີ່ດີໃຫ້ທົ່ວໂລກປະຕິບັດຕາມກ່ຽວກັບການຟື້ນຟູດ້ານການທ່ອງທ່ຽວພາຍຫຼັງໂລກລະບາດ Covid – 19, ໃນນັ້ນໄດ້ສຸມໃສ່ເຂົ້າໃນດ້ານແຂກທ່ອງທ່ຽວພາຍໃນປະເທດ.