ກະຕໍ້​ລາວ​ຈະ​ສົ່ງ 3 ລາຍການ​ເຂົ້າ​ຮ່ວມ​ຊີເກມ

ກະຕໍ້​ລາວ​ຈະ​ສົ່ງ 3 ລາຍການ​ເຂົ້າ​ຮ່ວມ​ຊີເກມ

ສະຫະພັນ​ກີລາ​ກະຕໍ້​ແຫ່ງ​ຊາດ​ລາວ ພ້ອມ​ຈະ​ສົ່ງ​ນັກກີລາ​ກະຕໍ້​ທີມ​ຊາດ​ລາວ ຊຸດ​ທີ່​ສ້າງ​ຜົນງານ​ໃນ​ງານ​ມະ​ຫະ​ກຳ​ກີລາ​ເອ​ຊຽນ​ເກມ ງານ​ກີລາ​ຊີເກມ ແລະ ຊຸດ​ຊີງ​ແຊັມ​ໂລກ 24 ຄົນ ສະເພາະ​ນັກກີລາ​ມີ 17 ຄົນ ຍິງ 6 ຄົນ ເຂົ້າ​ຮ່ວມ​ຍາດ​ຫຼຽນ​ຄຳ 3 ລາຍການ ປະເພດ​ກະຕໍ້​ລອດ​ບ້ວງ​ຍິງ-ຊາຍ ແລະ ປະເພດ​ທີມ​ຊຸດ​ຄູ່​ຊາຍ ໃນ​ງານ​ມະ​ຫະ​ກຳ​ກີລາ​ຊີເກມ ຄັ້ງ​ທີ XXX ທີ່​ປະເທດ​ຟີ​ລິບ​ປິນ ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ວັນ​ທີ 30 ພະຈິກ ຫາ 12 ທັນວາ 2019.