ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່
ຍສໝ - ໃນປີ 2022, ກະຊວງອຸດສາຫະກຳ ແລະ ການຄ້າວາງຄາດໝາຍເພີ່ມການສົ່ງອອກ 6-8% ເມື່ອທຽບໃສ່ປີ 2021, ບັນລຸປະມານ 363 ຕື້ USD.
ຍສໝ - ໃນປີ 2022, ກະຊວງອຸດສາຫະກຳ ແລະ ການຄ້າວາງຄາດໝາຍເພີ່ມການສົ່ງອອກ 6-8% ເມື່ອທຽບໃສ່ປີ 2021, ບັນລຸປະມານ 363 ຕື້ USD.
ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ, ເຊິ່ງການດໍາເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນ ລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນ ກິດຈະການໃຫ້ ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.
ໃນວັນທີ 29 ສິງຫາ 2019 ທີ່ສະໜາມບຳບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີທຳລາຍ ສິນຄ້ານອກລະ ບົບ ປະເພດເຄື່ອງຮັບສັນຍານ ໂທລະພາບຜ່ານດາວທຽມ ລຸ້ນ Infoset, IMP ແລະ ອື່ນໆ ທີ່ລັກລອບ ນຳເຂົ້າມາຈຳໜ່າຍ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ, ມູນຄ່າ 500 ກວ່າລ້ານກີບ. ສິນຄ້າຜິດກົດໝາຍດັ່ງກ່າວ ແມ່ນກວດພົບ ແລະ ຢຶດໄດ້ຢູ່ ຮ້ານຫລາຍແຫ່ງ ໃນເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ.