ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ໃຫ້ການຕ້ອນຮັບທ່ານ ສຈ Stewart Cole, ຫົວໜ້າສະຖາບັນ Pasteur Paris ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ຍສໝ - ໃນວັນທີ 26 ມັງກອນນີ້, ກະຊວງສາທາລະນະສຸກ ໄດ້ສົ່ງເອກະສານໃຫ້ບັນດາກະຊວງ: ກະຊວງການຕ່າງປະເທດ; ກະຊວງການປ້ອງກັນຊາດ; ກະຊວງຕໍາຫລວດ; ຄະນະກຳມະການຂົນສົ່ງ ແລະ ປະຊາຊົນບັນດາແຂວງ ແລະ ນະຄອນ ຂຶ້ນກັບໂດຍສູນກາງ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໂອກາດບຸນປີໃຫມ່ (ບຸນເຕັດ) ປີ 2022.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມອບໝາຍໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບ ແລະ ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະ ຝ່າຍຣັດເຊຍ ເພື່ອປະຕິບັດສຳເລັດບັນດາລະບຽບການຮັບຮອງ ແລະ ຄຸ້ມຄອງຮັກສາວັກຊີນ Sputnik Light 100.000 ໂດສ ໂດຍການຊ່ວຍເຫຼືອຣັດເຊຍ.
ຍສໝ - ໃນຈົດໝາຍທາງລັດຖະການ ເລກທີ 5772/QD-BYT, ກະຊວງສາທາລະນະສຸກ ແນະນຳຂັ້ນຕອນການອອກ “ໜັງສືຜ່ານແດນວັກຊີນ” ເຊິ່ງນຳໃຊ້ຢ່າງເປັນເອກະພາບ ຢູ່ທຸກຮາກຖານສັກຢາກັນພະຍາດໃນທົ່ວປະເທດ.
ຍສໝ - ສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອຫລຸດຜ່ອນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ແມ່ນເນື້ອໃນ ໂທລະເລກທາງການທີ່ຫາກໍໄດ້ລົງນາມໂດຍ ທ່ານຮອງລັດຖະມົນຕີ ຫງວຽນເຈື່ອງເຊີນ ໃນວັນທີ 22 ທັນວາ, ໃນນັ້ນມີ 8 ເນື້ອໃນສະເໜີໂດຍປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເພື່ອ “ສືບຕໍ່ເອົາໃຈໃສ່ຊີ້ນໍາ”. ໃນນັ້ນມີ 3 ເປົ້່າໝາຍທີ່ກ່ຽວຂ້ອງເຖິງຊັບພະຍາກອນມະນຸດ.
ວັນທີ 17 ກັນຍາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ອອກຂໍ້ຕົກລົງສະບັບເລກທີ 4471/QĐ-BYT ລົງວັນທີ 17 ກັນຍາ 2021 ວ່າດ້ວຍການອະນຸມັດຜ່ານມີເງື່ອນໄຂວັກຊິນໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ວັກຊິນ Abdala ໄດ້ອະນຸມັດຜ່ານອີງໃສ່ຂໍ້ກໍານົດຢູ່ມາດຕາ 67 ດຳລັດເລກທີ 54/2017/NĐ-CP ລົງວັນທີ 8 ພຶດສະພາ 2012 ຂອງລັດຖະບານທີ່ກໍານົດລາຍລະອຽດບາງມາດຕາ ແລະມາດຕະການປະຕິບັດກົດໝາຍວ່າດ້ວຍການຢາ.
ຍສໝ - ກະຊວງສາທາລະນະສຸກ ຫວຽດນາມ ຫາກໍ່ສົ່ງໂທລະເລກທາງການ ໄປຍັງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ແຂວງບິ່ງເຢືອງ, ລອງອານ ແລະ ດົ່ງນາຍ ກ່ຽວກັບການຍູ້ໄວການສັກວັກຊິນກັນໂຄວິດ - 19.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ຕາງໜ້າລັດຖະບານ ຮັບວັກຊິນກັນພະຍາດ COVID-19 ຂອງລັດຖະບານຍີ່ປຸ່ນ ຈຳນວນເກືອບ 1 ລ້ານໂດສ ເພື່ອອຸປະຖຳຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດ COVID-19.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.
ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.
ຍສໝ - ໃນວັນທີ 15 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຮັດວຽກກັບກະຊວງສາທາລະນະສຸກ ກ່ຽວກັບການປະຕິບັດວຽກງານຂອງຂະແໜງການ, ບັນດາບັນຫາທີ່ຍັງຄ້າງຄາ ແລະ ຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຂໍ້ສະເໜີແນະຂອງຂະແໜງການ, ໂດຍສະເພາະ ແມ່ນສະພາບການທີ່ເກີດຂື້ນໃນການລະບາດ COVID-19 ທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້…
ຍສໝ - ໃນຕອນເຊົ້າຂອງວັນທີ 9 ພຶດສະພານີ້, ກະຊວງສາທາລະນະສຸກຫວຽດນາມ ໄດ້ກ່າວວ່າ ມີຜູ້ໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ຈຳນວນ 832,635 ຄົນໃນທົ່ວປະເທດ. ດ້ວຍຄຳຂວັນທີ່ວ່າ “ການສັກຢາວັກແຊງປ້ອງກັນຢ່າງປອດໄພ”, ຂັ້ນຕອນການສັກຢາປ້ອງກັນພະຍາດ COVID-19 ຢູ່ຫວຽດນາມ ໄດ້ດຳເນີນຢ່າງເປັນທາງການ ແລະ ແຕກຕ່າງຈາກປະເທດອື່ນໆໃນໂລກ, ໃນນັ້ນມີບັນດາປະເທດກ້າວໜ້າ.
ຫວ່າງແລ້ວນີ້, ທີ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250 ກ່ອງ ຫລື 10.000 ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮັບໂດຍ ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຕາມ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາວແລ້ວ, ອຳນາດການປົກຄອງ ຕ້ອງເອົາໃຈໃສ່ ວຽກງານສ້າງຂະບວນການ ແລະ ເຮັດສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານ ກ່ຽວກັບການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ເຖິງຜົນຮ້າຍ ແລະ ວິທີປ້ອງກັນ ຈາກຍຸງລາຍ ເປັນພາຫະນຳເຊື້ອ ຖ້າພວກເຮົາ ສາມາດຄວບຄຸມ ໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າ ກໍຈະບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.
ໃນວັນທີ 23 ມີນາ 2021, ສປປ.ລາວ ພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ ຈົ່ງຮ່ວມໃຈກັນ ທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍ.
ໃນມື້ດຽວ ຄືວັນທີ 9 ທັນວາ 2020 ສປປ ລາວ ກວດພົບຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມໃໝ່ ຈໍານວນ 18 ກໍລະນີ ແລະນັບແຕ່ວັນທີ 1 ມັງກອນ- 9 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 8.183 ຄົນ ໃນ 18 ແຂວງ.
ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ໃນວັນທີ 4 ທັນວາ 2020 ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 3 ທັນວາ 2020 ຢູ່ ສປປ ລາວ ມີຜູ້ຕິດເຊື່ອໄຂ້ຍຸງລາຍ 8.010 ຄົນ, ໃນນັ້ນ ເສຍຊີວິດ 12 ຄົນ. ສະເພາະໃນວັນທີ 3 ທັນວາ ປີ 2020 ຢືນຢັນແລ້ວພົບຜູ້ຕິດເຊື້ອ 15 ກໍລະນີ, ເຊິ່ງເປັນວ່າຈຳນວນຜູ້ຕິດເຊື້ອໄຂຍຸງລາຍ ຍັງມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ.
ໃນວັນທີ 30 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 340 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 110 ຕົວຢ່າງ, ແຮງງານຈີນ 58 ຕົວຢ່າງ, ແຮງງານຫວຽດນາມ 81 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 06 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 85 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 29 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 65,305 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.
ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 38.312.310 ຄົນ ແລະ ເສຍຊິວິດ 1.089.441 ຄົນ, ກວມເອົາ 2,84% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 28.808.212 ຄົນ, ກວມເອົາ 75,1% ຂອງຜູ້ຕິດ ເຊື້ອທັງໝົດ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 9 ຕຸລາ 2020 ນີ້ວ່າ: ນັບແຕ່ວັນທີ 1 ມັງກອນ 2020- 8 ຕຸລາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ7.064 ຄົນ, ສະເພາະວັນທີ 8 ຕຸລາ 2020 ມີພົບຜູ້ຕິດເຊື້ອໄຂ້ຍຸງ 33 ກໍລະນີ, ສ່ວນແຂວງ ທີ່ມີການລາຍງານ ຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ມີເຖິງ 1.622 ຄົນ, ຮອງລົງມາແມ່ນບໍລິຄຳໄຊ 792 ຄົນ, ບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ.