ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຝຣັ່ງ ປະຈຳ ຫວຽດນາມ
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ໄດ້ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ, ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືທາງດ້ານຄວາມໝັ້ນຄົງ, ການບັງຄັບໃຊ້ກົດໝາຍ ແລະ ການສະກັດກັ້ນ, ຕ້ານອາດຊະຍາກຳ.