ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງຮ່າໂນຍ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນ “ພະຍາດທີ່ກ່ຽວຂ້ອງເຖິງທາດພິດສີສົ້ມ/ດີໂອຊິນ ຢູ່ຫວຽດນາມ - ສະພາບການໃນປະຈຸບັນ ແລະ ວິທີການແກ້ໄຂ ເພື່ອຍົກສູງປະສິດທິຜົນຂອງການປ້ອງກັນ ແລະ ປິ່ນປົວ” ດ້ວຍຮູບການ ໂດຍກົງ ສົມທົບກັບ ອອນລາຍ.