ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການ “ຕັດສິນໃຈ, ທັນການ” ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຍສໝ - ວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຈີນ ສົມທົບກັບສູນວັດທະນະທຳ ຈີນ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງກວາງຊີ, ຈີນ ກັບຜູ້ຕາງໜ້ານັກຮຽນ ແລະ ນັກສຶກສາຫວຽດນາມ ລຸ້ນໃໝ່ທີ່ເຄີຍຮຽນຢູ່ແຂວງກວາງຊີ. ເຫດການແມ່ນເພື່ອຫວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ແລະ ມຸ່ງໄປເຖິງອະນາຄົດທີ່ດີງາມ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄ້ວາບໍລິຫານ ແລະ ນະໂຍບາຍ ອີຣານ (Governance and Policy Think Tank of Iran (GPTT)) ຈັດຕັ້ງກອງປະຊຸມໂອ້ລົມທາງອອນໄລ ດ້ວຍຫົວຂໍ້ “ອາຊີຕາເວັນຕົກ ແລະ ອາຊີຕາເວັນອອກ: ບັນດາຈຸດຄ້າຍຄືກັນ ແລະ ຜົນປະໂຫຍດລວມ”. ທີ່ກອງປະຊຸມໂອ້ລົມ, ບັນດາຜູ້ແທນໄດ້ຮັບຮູ້ ແລະ ຕີລາຄາໂດຍສັງເຂບສະພາບການຢູ່ເຂດອາຊີຕາເວັນຕົກ ແລະ ອາຊີຕາເວັນອອກ ເວົ້າລວມ, ພ້ອມກັນນັ້ນ ກໍ່ຊີ້ອອກບັນດາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຣານ ເວົ້າສະເພາະ.
ຍສໝ - ຕອນເຊົ້າສອງວັນທີ່ຜ່ານມາ, ທີ່ສຳນັກງານສານປະຊາຊົນແຂວງກ້ວາງບິ່ງ ແລະ ສປຊ ແຂວງຄຳມ່ວນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະ ແລະ ເຊັນບົດບັນທຶກສັນຊ່ວຍຈຳ ກ່ຽວກັບການຮ່ວມມື ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກ ຂອງ ສປຊ ແຂວງຄຳມ່ວນ , ໂດຍທ່ານ ບຸນມີ ມອງຄຳແສງ, ປະທານ ສປຊ ແຂວງ ຄຳມ່ວນ ເປັນຫົວໜ້າຄະນະ. ທ່ານ ເຈິ່ນ ຫ໋າຍ ເຈົາ , ຄະນະປະຈຳພັກແຂວງ, ຫົວໜ້າ ກຳມະການ ພາຍໃນແຂວງ ກໍ່ໃຫ້ກຽດເຂົ້າຮ່ວມກອງປະຊຸມ .
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 1919, ຢູ່ເທດສະບານລາວບາວ, ເມືອງເຮືອງຫວ໋າ, ຄະນະປະຕິບັດງານພິເສດແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະຜັນຂະຫຍາຍປະຕິບັດໜ້າທີ່ຄົ້ນຫາ , ຂຸດຄົ້ນອັດຖິນັກຮົບນິລະນາມ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍຊີວິດ ຢູ່ສະໜາມຮົບລາວເພື່ອນຳກັບຄືນປະເທດຫວຽດນາມ ໃນລະດູແລ້ງ 2019 - 2020. ເຂົ້າຮ່ວມກອງປະຊຸມພົບປະ ຝ່າຍ ແຂວງສະຫວັນນະເຂດ ປະກອບມີ ທ່ານ ຄຳພູນ ໄຂຄຳພິທູນ ຮອງເຈົ້າແຂວງ ແລະ ເປັນປະທານຄະນະປະຕິບັດງານ ພິເສດແຂວງສະຫວັນນະເຂດ ພ້ອມຄະນະ.ຝ່າຍແຂວງກວ້າງຈິ, ມີຮອງປະທານຄະນະ ກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຮ່ວາງ ນາມ ແລະ ບັນດາການນຳ ພະແນກການ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.