ບັນດານະໂຍບາຍໃຫມ່ຂອງກາຊັກສະຖານ ມຸ່ງໄປເຖິງການພັດທະນາແບບຍືນຍົງ
ຍສໝ - ວັນທີ 15 ຕຸລາ, ສະຖານທູດກາຊັກສະຖານ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ກ່ຽວກັບສານປະຈຳປີ 2024 ຂອງປະທານາທິບໍດີ ກາຊັກສະຖານ Kassym-Jomart Tokaev. ກ່າວຄຳປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ກາຊັກສະຖານ ປະຈຳ ຫວຽດນາມ Kanat Tumysh ເນັ້ນໜັກວ່າ ກາຊັກສະຖານ ຈະແມ່ນປະຕູເພື່ອຊ່ວຍ ຫວຽດນາມ ເຂົ້າສູ່ຕະຫຼາດອາຊີກາງ.