ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບປະເທດຕ່າງໆ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບປະເທດຕ່າງໆ

ຍສໝ - ຢູ່ນອກການເຈລະຈາ Shangri-La ຄັ້ງທີ 18, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບັນດາການພົບປະກັບທ່ານເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ, ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ, ລັດຖະມົນຕີກະຊວງປ້ອງກັນປະເທດໂຮນລັງ ແລະກຸ່ມສະມາຊິກສະພາແຫ່ງຊາດອາເມລິກາ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ມີການພົບປະສອງຝ່າຍຢູ່ນອກກອບກອງປະຊຸມ Shangri – La

ໃນຂອບເຂດກອງປະຊຸມ Shangri– La ຄັ້ງທີ 18, ຕອນບ່າຍວັນທີ 1 ມິຖຸນາ, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ມີການພົບປະສອງຝ່າຍກັບຜູ້ຮັກສາການລັດຖະມົນຕີປ້ອງກັນປະເທດຂອງ ອາເມລິກາ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ຄື: ນິວຊີແລນ, ອັງກິດ, ສິງກະໂປ, ມາເລເຊຍ, ຝລັ່ງ ແລະ ມົງໂກນ.