ຫວຽດນາມ ແລະ ລາວຍົກສູງການພົວພັນຮ່ວມມືດ້ານກວດກາຕື່ມອີກ
ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະທານອົງການກວດກາແຫ່ງລັດລາວ.