ຄະນະກູ້ໄພກູ້ຊີບ ຫວຽດນາມ ກັບຄືນປະເທດ, ສຳເລັດການປະຕິບັດໜ້າທີ່ຢູ່ ເວເນຊູເອລາ
ຍສໝ - ໃນຄືນວັນທີ 10 ກໍລະກົດ, ສະມາຊິກຄະນະກູ້ໄພກູ້ຊີບ ຫວຽດນາມ ຈຳນວນ 124 ທ່ານ ໄດ້ເດີນທາງກັບຄືນຮອດສະໜາມບິນສາກົນ ໂນຍບາຍ ພາຍຫຼັງເກືອບສອງສັບປະດາ ແຫ່ງການຊ່ວຍເຫຼືອ ເວເນຊູເອລາ ຟື້ນຟູຜົນກະທົບຈາກໄພແຜ່ນດິນໄຫວ. ຄະນະກູ້ໄພ ໄດ້ຊອກຄົ້ນ ແລະ ມອບ-ຮັບ ສົບຜູ້ເສຍຊີວິດ ຈຳນວນ 57 ສົບ, ກຳນົດໄດ້ 46 ຈຸດທີ່ມີຜູ້ປະສົບໄພ ແລະ ໄດ້ກວດພະຍາດ ພ້ອມທັງແຈກຢາຍຢາປົວພະຍາດໃຫ້ແກ່ປະຊາຊົນ 132 ທ່ານ; ກຳລັງພົນທັງໝົດ, ສຸນັກວິຊາສະເພາະ ແລະ ອຸປະກອນເຕັກນິກ ແມ່ນໄດ້ຮັບການຮັບປະກັນຄວາມປອດໄພຢ່າງສົມບູນ.