ຍສໝ - ທ່ານນາຍົກລັດຖະມົນຕີ Xavier Bettel ກໍເຫັນດີເປັນເອກະພາບຕໍ່ເລື່ອງຊຸກຍູ້ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີຣົບ (EVIPA) ໂດຍໄວ; ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງສະຫະພາບເອີຣົບ - ຫວຽດນາມ ກ່ຽວກັບການພັດທະນາອາຊີບຈັບຫາປາແບບຍືນຍົງ ແລະ ຄະນະກຳມະການເອີຣົບ (EC) ຍົກເລີກບັດເຫຼືອງ IUU ໂດຍໄວ.
ຍສໝ - ໃນເວລາເກືອບ 2 ເດືອນຕົ້ນປີ 2023, ຈີນໄດ້ນຳເຂົ້າສິນຄ້າຜ່ານທາງລົດໄຟຈີນ - ລາວເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຍສໝ - ວັນທີ 14 ກຸມພາ ປີ 2023, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Sandeep Arya ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອິນເດຍ ປະຈຳ ຫວຽດນາມ.
ຍສໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.
ຍສໝ - ຕອນເຊົ້າວັນທີ 29 ກັນຍານີ້, ຢູ່ແຂວງສະຫວັນນະເຂດໄດ້ດຳເນີນພິທີປິດງານບຸນມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ ຄັ້ງທີ 5. ຕາມສະຫາຍ ບໍວຽງຄຳ ວົງດາລາ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແລ້ວ, ເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດ ລາວ - ຫວຽດນາມ, ສະມາຄົມມິດຕະພາບລາວ - ຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັບຜູ້ແທນປະຊາຊົນສອງປະເທດຈະສືບຕໍ່ປະກອບສ່ວນເຂົ້າໃນ 5 ບັນຫາໃຫຍ່.
ຍສໝ - ສະມາຄົມ PONY Baseball ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ໃນການພັດທະນາ Baseball...
ຍສໝ - ການພົວພັນລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ນັບມື້ນັບພັດທະນາຢ່າງດີງາມ ໃນທຸກຂົງເຂດ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ...
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຝລັ່ງ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາແບບທາງໄກກ່ຽວກັບຫົວຂໍ້ ປະທານໂຮ່ຈີມິນ ກັບພັກກອມມູນິດ ຝລັ່ງ ແລະ ນະຄອນ Marseille ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນ ລຸງໂຮ່ ອອກຈາກປະເທດຊາດ ໄປຊອກຫາເສັ້ນທາງກູ້ຊາດ ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ.
ຍສໝ - ນັກຊ່ຽວຊານ Mohamed Abdoun ຂອງ ອານເຊຣີ ໄດ້ໃຫ້ຂໍ້ສັງເກດບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະແດງໃຫ້ເຫັນວ່າ ຢູ່ ຫວຽດນາມ ນິຍາມເສດຖະກິດການຕະຫຼາດມີລັກສະນະມະນຸດສະທຳ, ມະນຸດບໍ່ຖືກຫັນເປັນເງິນຕາ...
ຍສໝ - ທີ 23 ມິຖຸນາຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ -ກູບາໄດ້ສົມທົບກັບສະຖານທູດກູບາປະຈຳຫວຽດນາມຈັດຕັ້ງການພົບປະມິດຕະພາບລະຫວ່າງຫວຽດນາມ - ກູບາປີ 2021. ສະມາຄົມມິດຕະພາບຫວຽດນາມ - ກູບາໄດ້ແບ່ງປັນສານສາມັກຄີກັບປະຊາຊົນກູບາ, ຮຽກຮ້ອງຢຸດຕິນະໂຍບາຍຂວ້ຳບາດຕໍ່ກູບາ.
ຍສໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດນາມເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນທີສອງ ແລະ ນັກລົງທຶນໃຫຍ່ທີ່ສຸດຂອງ ກູບາ ຢູ່ພາກພື້ນອາຊີ - ໂອເຊຍເນຍ.