ຍສໝ - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິ້ງ ໄດ້ລົງນາມໃນຂໍ້ຕົກລົງເລກທີ 173/QD-TTg ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດຍຸດທະສາດການສື່ສານ ແລະ ສົ່ງເສີມພາບພົດຂອງຫວຽດນາມຢູ່ຕ່າງປະເທດ ໄລຍະ 2026-2030, ພ້ອມວິໄສທັດຮອດປີ 2045.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ 2025, ຢູ່ຕາແສງ ຊວນຮ່ວາ (ເມືອງ ບ໋າວອ່ຽນ, ແຂວງ ລາວກາຍ), ອົງການເຄື່ອນຍ້າຍຖິ່ນຖານສາກົນ (IOM) ສົມທົບກັບອົງການກາແດງ ແລະ ຫ້ອງການໄປສະນີແຂວງ ລາວກາຍ ໄດ້ມອບເງິນຊ່ວຍເຫຼືອເພື່ອໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ໄລຍະທຳອິດໃຫ້ 32 ຄອບຄົວທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi ເມື່ອເດືອນກັນຍາ ທີ່ຜ່ານມາ.
ຍສໝ - ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ແຂວງ ອຸດົມໄຊ, ທາງພາກເໜືອຂອງລາວ, ສະມາຄົມຊາວ ຫວຽດນາມ ຢູ່ແຂວງ ອຸດົມໄຊ ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ ໄລຍະທີ 1, ດ້ວຍເປົ້າໝາຍສ້າງສຳເລັດການກໍ່ສ້າງຫໍພັກໃຫ້ແກ່ຄູສອນ ແລະ ນັກຮຽນ.
ວັນທີ 4 ຕຸລາ 2021 ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍ ສືບຕໍ່ກໍ່ສ້າງ, ປັບປຸງພັກ. ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ໃຫ້ຖອຍໄປ, ຍົກສູງກຳລັງຄວາມສາມາດການນຳພາ, ກຳລັງຕໍ່ສູ້, ສ້າງຂີດໝາຍໃໝ່ໃນເສັ້ນທາງແຫ່ງການພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.
ຍສໝ - ກອງປະຊຸມສຳມະນາແມ່ນກາລະໂອກາດເພື່ອເຊື່ອມຕໍ່ບັນດາວິສາຫະກິດ, ສະມາຄົມກໍ່ສ້າງ ແລະ ຜະລິດວັດສະດຸອິນເດຍ, ບັນດາຮາກຖານສຶກສາວິຊາຊີບ ກ່ຽວກັບການກໍ່ສ້າງຂອງ ອິນເດຍກັບບັນດາຄູ່ຮ່ວມມືຫວຽດນາມ ໃນໄລຍະໂລກລະບາດໂຄວິດ - 19 ຍັງຄົມກີດຂວາງການຮ່ວມມື, ແລກປ່ຽນການຄ້າ.
ຍສໝ - ໃນວັນທີ 27 ສິງຫາ 2019, ຄະນະປະຕິບັດງານພະແນກສຶກສາ ແລະ ກໍ່ສ້າງແຂວງກວ໋າງຈິ ໄດ້ນໍາພາຄູອາຈານສອນວິຊາພາສາຫວຽດ ແລະ ດົນຕີ ໄປຍັງແຂວງສະຫວັນນະເຂດ, ປະເທດລາວ ເພື່ອຊ່ວຍເຫຼືອສະມາຄົມຊາວຫວຽດນາມຂອງແຂວງນີ້ສິດສອນພາສາຫວຽດນາມໃຫ້ແກ່ນັກຮຽນຄົນຫວຽດນາມ ແລະນັກຮຽນຄົນລາວ ທີ່ມີຄວາມຕ້ອງການຮໍ່າຮຽນພາສາຫວຽດນາມ.
ພິທີວາງສີລາລຶກກໍ່ສ້າງທາງເບຕົງ ແລະ ເດີ່ນໜ້າຫ້ອງການກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 4 ກໍລະກົດ 2019.
ຍສໝ - ເມື່ອມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບສະພາກາແດງແຂວງລົງມືກໍ່ສ້າງເຮືອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ເມືອງສະໝ້ວຍ, ແຂວງສາລະວັນ ສປປ ລາວ.