ສະພາແຫ່ງຊາດ ລາວ  ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ, ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ, ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຂຶ້ນສະເໜີກົດໝາຍ ວ່າດ້ວຍຮູບເງົາ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 27 ພະຈິກ ພາຍໃຕ້ການເປັນ ປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ກົດໝາຍວ່າດ້ວຍຮູບເງົາໄດ້ຖືກສ້າງຕັ້ງຂຶ້ນໃນປີ 1958 ເຂດທີ່ໝັ້ນຂອງການປະຕິວັດ ແຂວງຫົວພັນ ໃນໄລຍະນັ້ນໄດ້ ໃສ່ຊື່ວ່າ ''ພະແນກຮູບເງົາສາ ລະຄະດີແນວລາວຮັກຊາດ'' ຊຶ່ງມີໜ້າທີ່ນຳສະເໜີແນວທາງນະໂຍບາຍອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະເວລາ 60 ປີຜ່ານມາໄດ້ໂຄສະນາ, ປຸກລະດົມຂົນຂວາຍພໍ່ແມ່ປະຊາ ຊົນລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຈົນສາມາດຍາດໄດ້ໄຊ ຊະນະໃນວັນທີ 2 ທັນວາ 1975.