ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພາສີ
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ນີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ; ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃນຫລາຍໝວດ ຫລາຍມາດຕາ ຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ ທັງສາມດນຳໃຊ້ໃຫ້ມີປະສິດທິພາບ.