ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນທິມບານເຕະຍິງຫວຽດນາມ ເປັນຄັ້ງທຳອິດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023
ຕອນບ່າຍວັນທີ 10 ກຸມພາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການພົບປະ ແລະ ຍ້ອງຍໍທິມບານເຕະຍິງຫວຽດນາມ ແລະ ຄະນະຄູຝຶກ ພາຍຫລັງທິມບານເຕະຍິງໄດ້ກັບຄືນເມືອປະເທດ ດ້ວຍຜົນງານດີເດັ່ນ ເປັນຄັ້ງທຳອິດໃນປະຫວັດສາດໄດ້ເຂົ້າຮອບຊິງຊະນະເລີດ World Cup 2023.