VSIF 2026 ຢືນຢັນບົດບາດຂອງປັນຍາຊົນຄົນຫວຽດນາມຢູ່ຕ່າງປະເທດ ໃນການພັດທະນາປະເທດຊາດ
ຍສໝ - ເວທີປາໄສປັນຍາຊົນ ແລະ ການປະດິດສ້າງໃໝ່ ຫວຽດນາມ ປະຈຳ ສິງກະໂປ (VSIF 2026) ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ ໄດ້ເຕົ້າໂຮມເອົາບັນດານັກເຊ່ຽວຊານ, ນັກວິຊາການ, ນັກວິທະຍາສາດ ແລະ ນັກສຶກສາຄົນຫວຽດນາມ ຢູ່ສິງກະໂປ ເປັນຈຳນວນຫຼວງຫຼາຍ, ເພື່ອຮ່ວມກັນສົນທະນາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ດ້ານວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການເຊື່ອມຕໍ່ແຫຼ່ງກຳລັງປັນຍາຊົນຫວຽດນາມໃນທົ່ວໂລກ.