VNHIP ໜູນຊ່ວຍ 1,8 ຕື້ດົ່ງ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມຢູ່ ດ່ານັງ
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່ານັງ ຫາກໍ່ໄດ້ອອກມະຕິສະບັບເລກທີ 959/QD-UBND ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດການຮັບບ້ວງເງິນເກືອບ 1,8 ຕື້ດົ່ງຈາກໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມອາຍຸຕ່ຳກວ່າ 25 ປີ ທີ່ຮັບຜົນກະທົບຈາກເຊື້ອ HIV/AIDS ຢູ່ນະຄອນ ດ່ານັງ ໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳ.