ແຂວງດົ່ງທາບສົ່ງອອກງວດໝາກມ່ວງທຳອິດຍາມຕົ້ນປີໄປຍັງເອີລົບ
ວັນທີ 19 ກຸມພາ, ແຂວງດົ່ງທາບໄດ້ຈັດຕັ້ງພິທີປະກາດການສົ່ງອອກງວດໝາກມ່ວງທຳອິດຍາມຕົ້ນປີ 2022 ໄປຍັງຕະຫຼາດເອີລົບ. ຫົວໜ່ວຍສົ່ງອອກໝາກມ່ວງແມ່ນບໍລິສັດຫຸ້ນສ່ວນແກນກົ໋ງວ່າງ ຫວຽດນາມ, ບໍລິສັດ Westerfarm ຈຳກັດ ( ເມືອງ ກາວແລງ). ສະຫະກອນການບໍລິການກະສິກຳ ຕິງເທີຍ (ນະຄອນກາວແລງ) ແມ່ນໜ່ວຍງານສະໜອງໝາກມ່ວງສົ່ງອອກ.